ທີ່ງານຕະຫລາດນັດຄັ້ງນີ້ ໄດ້ວາງສະແດງ, ແນະນຳຜະລິດຕະພັນ ແລະການບໍລິການຂອງວິສາຫະກິດອິນເດຍ ແລະບັນດາປະເທດອາຊຽນ ກ່ວາ 200 ແຫ່ງ. ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດ ອາຊຽນ - ອິນເດຍ ປີນີ້ ດ້ວຍຮ້ານວາງສະແດງ 5 ຮ້ານ, ທີ່ວາງສະແດງບັນດາຜະລິດຕະພັນຄື: ເຄື່ອງສິລະປະຫັດຖະກຳ, ຜະລິດຕະພັນກະເສດ, ການບໍລິການທ່ອງທ່ຽວ ແລະ ຂົນສົ່ງ.

leftcenterrightdel
ຮ້ານວາງສະແດງຂອງຫວຽດນາມ. ພາບ: thoibaotaichinhvietnam.vn.

ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະທີ 1, ທ່ານ ຟ້າມແຊງເຈົາ ເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ໄດ້ຕີລາຄາວ່າເວທີປາໄສນີ້ ແລະບັນດາເຫດການທີ່ກ່ຽວຂ້ອງແມ່ນສັນຍານຢ່າງຈະແຈ້ງກ່ຽວກັບນະໂຍບາຍ “ການກະທຳມຸ່ງໄປເຖິງທິດຕາເວັນອອກ” ຂອງອິນເດຍ, ເຊິ່ງໃນນັ້ນ, ອາຊຽນ ສວມບົດບາດເປັນສຳຄັນ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ການເຊື່ອມໂຍງຮອບດ້ານລະຫວ່າງອາຊຽນ ແລະອິນເດຍ ບໍ່ພຽງແຕ່ໄດ້ສ່ອງແສງຜ່ານການເພີ່ມທະວີການແລກປ່ຽນສິນຄ້າ, ການບໍລິການເທົ່ານັ້ນ ຫາກຍັງໃນບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ, ເຊື່ອມຕໍ່ພື້ນຖານໂຄງລ່າງ ແລະແລກປ່ຽນວັດທະນະທຳ, ການສຶກສາກໍ່ຄືບັນດາຄຸນຄ່າດ້ານຈິດໃຈອື່ນໆອີກດ້ວຍ.

ແຫຼ່ງຄັດຈາກ: vovworld.vn