ກ່ອນໜ້ານັ້ນ, ແຕ່ວັນທີ 24-25 ຕຸລາ, ກຸ່ມປະຕິບັດງານຮ່ວມ (JWG) ອາຊຽນ-ຈີນ ກ່ຽວກັບການປະຕິບັດ DOC ໄດ້ຈັດຕັ້ງກອງປະຊຸມ ຄັ້ງທີ 26. ທີ່ບັນດາກອງປະຊຸມນີ້, ອາຊຽນ ແລະຈີນ ໄດ້ແລກປ່ຽນກ່ຽວກັບສະພາບການທະເລຕາເວັນອອກ, ສຳຫຼວດກວດກາວິວັດທະນາການປະຕິບັດ DOC ແລະສ້າງເອກະສານ COC.

ກ່ຽວກັບສະພາບການທະເລຕາເວັນອອກ ແລະການສຳຫຼວດກວດກາວິວັດທະນາການປະຕິບັດ DOC, ຫຼາຍປະເທດສະແດງຄວາມວິຕົກກັງວົນຕໍ່ສະພາບການເພີ່ມການທະຫານ, ບັນດາການເຄື່ອນໄຫວຝ່າຍດຽວ ແລະເປັນຕົ້ນແມ່ນໄພອັນຕະລາຍທີ່ເກີດການປະທະກັນລະຫວ່າງກໍາລັງປະກອບອາວຸດບົນທະເລຂອງປະເທດຕ່າງໆ. ໃນສະພາວະການນັ້ນ, ກອງປະຊຸມເນັ້ນໜັກເຖິງຄວາມສໍາຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ ຜ່ານການເຈລະຈາ ແລະຮ່ວມມື, ຍູ້ແຮງການປະຕິບັດ DOC ຢ່າງຄົບຖ້ວນ ແລະມານະພະຍາຍາມກວ່າອີກໃນການສ້າງ COC ຢ່າງແທດຈິງ, ມີປະສິດທິຜົນ, ຜົນສັກສິດ, ເໝາະສົມກັບກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982).

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ດວ່ານກາ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນກວກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນຫວຽດນາມ ໃຫ້ຂໍ້ສັງເກດວ່າ, ສະພາບການທະເລຕາເວັນອອກໃນປັດຈຸບັນມີໄພເກີດເຫດທີ່ຮ້າຍແຮງ, ນາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ພາກພື້ນ ກໍ່ຄືຢູ່ໃນໂລກ. ສາຍເຫດແມ່ນຍ້ອນເພີ່ມການທະຫານ ແລະການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່. ສະນັ້ນ, ຍາມໃດຫວຽດນາມກໍ່ຮຽກຮ້ອງບໍ່ຫັນເປັນການທະຫານ, ລະງັບໃຈ, ປະຕິບັດ DOC ຢ່າງຄົບຖ້ວນ, ມີປະສິດທິຜົນ ແລະສ້າງ COC ຢ່າງແທດຈິງ, ມີຜົນສັກສິດ.

ໂດຍ: ທູຈາງ