ຕາມທ່ານ ບຸ່ຍແທງເຊີນ ແລ້ວ, ຫົວເລື່ອງ “ອາຊຽນ 4.0: ຈິດໃຈວິສາຫະກິດ ແລະການປະຕິວັດອຸດສາຫະກໍາຄັ້ງທີ 4” ຂອງກອງປະຊຸມ WEF ອາຊຽນ 2018 ໄດ້ຮັບການຕີລາຄາວ່າແມ່່ນແທດຈິງ, ຕອບສະໜອງໄດ້ຄວາມເອົາໃຈໃສ່ລວມຈາກບັນດາປະເທດສະມາຊິກອາຊຽນ ແລະພາກພື້ນ, ພ້ອມທັງຕິດພັນກັບຫົວເລື່ອງຂອງອາຊຽນປີນີ້ແມ່ນມຸ່ງໄປເຖິງ “ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະມີຫົວຄິດປະດິດສ້າງ”. ມາຮອດປະຈຸບັນໄດ້ມີຜູ້ແທນລົງທະບຽນເຂົ້າຮ່ວມກອງປະຊຸມປະມານ 1.000 ທ່ານ, ໃນນັ້ນມີບັນດາການນໍາລັດ, ລັດຖະບານບັນດາປະເທດສະມາຊິກອາຊຽນ ແລະພາກພື້ນ, ການນໍາບັນດາອົງການຈັດຕັ້ງສາກົນ...

leftcenterrightdel
ທ່ານ ບຸ່ຍແທງເຊີນ ແລະທ່ານ Justin Wood. ພາບ: qdnd.vn.

ຕາມທ່ານ ບຸ່ຍແທງເຊີນ ແລ້ວ, ກອງປະຊຸມ WEF ອາຊຽນ 2018 ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດທີ່ມີຄວາມສໍາຄັນທີ່ສຸດຂອງຫວຽດນາມໃນປີນີ້, ໄດ້ຮັບຄວາມເອົາໃຈໃສ່ທີ່ສຸດຈາກການນໍາຫວຽດນາມ. ພາຍໃຕ້ການຊີ້ນໍາ, ນໍາພາຂອງທ່ານນາຍົກລັດຖະມົນຕີຫວຽດນາມ, ວຽກງານກະກຽມໃຫ້ແກ່ກອງປະຊຸມນັບແຕ່ດ້ານເນື້ອໃນ, ການຕ້ອນຮັບ, ພື້ນຖານວັດຖຸ, ການປ້ອງກັນຄວາມສະຫງົບ, ສາທາລະນະສຸກ, ໂຄສະນາວັດທະນະທໍາລ້ວນແຕ່ໄດ້ສໍາເລັດໂດຍພື້ນຖານ. ທ່ານ ບຸ່ຍແທງເຊີນ ເນັ້ນໜັກວ່າ, ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ, ດ້ວຍການກະກຽມທີ່ຮອບຄອບຖີ່ຖ້ວນຂອງປະເທດເຈົ້າພາບຫວຽດນາມ, ການສົມທົບກັນຢ່າງແໜ້ນແຟ້ນກັບ WEF ແລະອື່ນໆ, ກອງປະຊຸມນີ້ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນເພີ່ມທະວີຄວາມສາມັກຄີເຫັນດີເປັນເອກະພາບ, ການພັດທະນາວັດທະນາຖາວອນຂອງອາຊຽນ, ແນະນໍາຮູບພາບປະເທດຊາດຫວຽດນາມເຊື່ອມໂຍງ, ວິສາຫະກິດຫວຽດນາມ ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງດໍາເນີນການເຊື່ອມໂຍງປະສົບຜົນສໍາເລັດ”.

ມາຮອດປະຈຸບັນ, ຫວຽດນາມແມ່ນປະເທດທໍາອິດ ແລະໜຶ່ງດຽວໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເຊິ່ງ WEF ໄດ້ລົງນາມ ແລະຜັນຂະຫຍາຍຂໍ້ຕົກລົງຮ່ວມມືຕາມຮູບແບບຄູ່ຮ່ວມມືພາກລັດ - ເອກະຊົນ(PPP). 

ໂດຍ: ເກື່ອງດັ້ງ