ປະຕິຮູບຮອບດ້ານການເຄື່ອນໄຫວກວດກາດ້ານວິຊາການ

ຄະນະກຳມະການກໍ່ສູ້ຊົນປີ 2018 ແມ່ນຜັນຂະຫຍາຍໃຫ້ຄົບ 130 ລະບຽບການບໍລິຫານຖືກຕ້ອງຕາມແຜນການໄດ້ວາງອອກໃນຂໍ້ຕົກລົງເລກທີ 2185/QĐ-TTg ລົງວັນທີ 14 ພະຈິກ 2016 ຂອງນາຍົກລັດຖະມົນຕີ; ພ້ອມທັງສືບຕໍ່ກວດກາຄືນ, ເພີ່ມເຕີມບັນດາລະບຽບການໃໝ່ເຂົ້າໃນແຜນການ.

leftcenterrightdel
ພາບປະກອບຄັດຈາກ baochinhphu.vn

ສູ້ຊົນຫຼຸດອັດຕາບັນດາສິນຄ້າຕ້ອງກວດກາດ້ານວິຊາການລົງໃຫ້ຢູ່ໃນລະດັບຕ່ຳກວ່າ 15%, ແຕ່ວ່າຕ້ອງຮັກສາບັນດາຄວາມຮຽກຮ້ອງຕ້ອງການກ່ຽວກັບການຄຸ້ມຄອງຂອງອົງການແຫ່ງລັດ ແລະຕ້ານການຄ້າເຖື່ອນ, ສໍ້ໂກງໃນການຄ້າ.

ປະຕິຮູບຮອບດ້ານການເຄື່ອນໄຫວກວດກາດ້ານວິຊາການ; ກວດກາຄືນ, ຫຼຸດຜ່ອນອັດຕາສ່ວນລົງ, ຫັນເປັນງ່າຍດາຍ 50% ບັນຊີລາຍຊື່ສິນຄ້າ, ຜະລິດຕະພັນ ແລະລະບຽບການກວດກາວິຊາການ. ປີ 2018, ຢຸດຕິສະພາບການມີບັນຊີລາຍຊື່ສິນຄ້າຕ້ອງກວດກາດ້ານວິຊາການແຕ່ວ່າບໍ່ມີຂໍ້ກຳນົດກ່ຽວກັບການກຳນົດມາດຕະຖານ ຫຼືວິທີການກວດກາ.

ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ສະເໜີກະຊວງການເງິນເປັນປະທານ, ສົມທົບກັບກະຊວງຖະແຫຼງຂ່າວ ແລະສື່ສານ ແລະບັນດາອົງການທີ່ກ່ຽວຂ້ອງ, ສ້າງ ແລະຜັນຂະຫຍາຍລະບົບເຕັກໂນໂລຢີຂໍ້ມູນຂ່າວສານຮັບໃຊ້ກົນໄກປະຕູດຽວແຫ່ງຊາດ ແລະກົນໄກປະຕູດຽວອາຊຽນ ຮັບປະກັນລັກສະນະເຊື່ອມຕໍ່, ລັກສະນະເປັນລະບົບ, ຄວາມໝັ້ນຄົງ, ຄວາມປອດໄພກ່ຽວກັບຂໍ້ມູນຂ່າວສານ ແລະພື້ນຖານຂໍ້ມູນ; ສ້າງວິທີການລົງທຶນລະບົບສຳຮອງໃຫ້ຖານຂໍ້ມູນປະຕູດຽວແຫ່ງຊາດ.

ທ່ານຮອງນາຍົກລັດຖະມົນຕີກໍ່ຮຽກຮ້ອງກະຊວງການເງິນຮັບປະກັນລັກສະນະກຽມພ້ອມຂອງຖານຂໍ້ມູນປະຕູດຽວແຫ່ງຊາດເພື່ອຮັບໃຊ້ການຜັນຂະຫຍາຍກົນໄກປະຕູດຽວແຫ່ງຊາດທາງການບິນຢ່າງເປັນທາງການ.

ຫຼຸດຜ່ອນອັດຕາສ່ວນສິນຄ້າຕ້ອງກວດກາດ້ານວິຊາການລົງໃຫ້ຢູ່ໃນລະດັບຕ່ຳກວ່າ 15%

ກ່ຽວກັບມາດຕະການກວດກາດ້ານວິຊາການກ່ຽວກັບສິນຄ້ານຳເຂົ້າ ແລະສົ່ງອອກ, ທ່ານຮອງນາຍົກລັດຖະມົນຕີຮຽກຮ້ອງບັນດາກະຊວງ, ຂະແໜງການປະຕິບັດບັນດາໜ້າທີ່ຢ່າງຄົບຖ້ວນ; ປະຕິບັດວຽກຕັດອອກ, ຫຼຸດຜ່ອນອັດຕາສ່ວນສິນຄ້າຕ້ອງກວດກາດ້ານວິຊາການລົງໃຫ້ຢູ່ໃນລະດັບຕ່ຳກວ່າ 15%; ກວດກາຄືນ, ຕັດອອກ 50% ຈຳນວນສິນຄ້າສັງກັດບັນຊີລາຍຊື່ຕ້ອງກວດກາດ້ານວິຊາການຂຶ້ນກັບກະຊວງ, ຂະແໜງການຕົນເອງຄຸ້ມຄອງ.

ສືບຕໍ່ປະຕິຮູບຮອບດ້ານການເຄື່ອນໄຫວກວດກາດ້ານວິຊາການກ່ຽວກັບສິນຄ້ານຳເຂົ້າ ແລະສົ່ງອອກ. ລາຍລະອຽດ, ແມ່ນກວດກາຄືນການຕັດອອກບັນດາຂໍ້ກຳນົດສັບຊ້ອນກັນໃນການເຄື່ອນໄຫວກວດກາດ້ານວິຊາການ.

ກ່ຽວກັບສິນຄ້ານຳເຂົ້າ ແລະສົ່ງອອກຕ້ອງກວດກາດ້ານວິຊາການ, ເມື່ອປະກາດໃຊ້ບັນຊີລາຍຊື່ຕ້ອງຕິດຄັດລະຫັດ HS ໃຫ້ສອດຄ່ອງກັບບັນຊີລາຍຊື່ສິນຄ້ານຳເຂົ້າ ແລະສົ່ງອອກຫວຽດນາມ; ຕ້ອງປະກາດການກຳນົດມາດຕະຖານ, ມາດຖານ, ວິທີການກວດກາ...

ພ້ອມກັນນັ້ນ, ກໍ່ຄວນປະຕິບັດການຫັນເປັນສັງຄົມ, ຮ່ວມມືຕາມຮູບການ PPP ໃນການກວດກາດ້ານວິຊາການກ່ຽວກັບສິນຄ້ານຳເຂົ້າ ແລະສົ່ງອອກຕາມທິດ: ຫັນປ່ຽນຢ່າງແຮງບັນດາການເຄື່ອນໄຫວກວດກາ, ທົດລອງ, ວິໄຈ, ກວດກາ ແລະຕີລາຄາຄຸນນະພາບໃຫ້ບັນດາວິສາຫະກິດ, ອົງການຈັດຕັ້ງນອກລັດປະຕິບັດ; ບັນດາກະຊວງ, ສຳນັກງານ, ອົງການຂອງລັດປະກາດໃຊ້ມາດຕະຖານ, ກຳນົດມາດຕະຖານ ຫຼືມາດຖານ, ວິທີການກວດກາ ແລະສຸມໃສ່ແຫຼ່ງກຳລັງເພື່ອກວດກາ, ກວດກາຕາມວິທີການຄຸ້ມຄອງຄວາມສ່ຽງ ແລະກວດກາຕາມຫຼັງ.

 

ແປໂດຍ: ຮຸຍດົງ