ໃນຂອບເຂດບັນດາເຫດການກອງປະຊຸມຄະນະກໍາມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11, ຢູ່ແຂວງ ບິ່ງເຟຶອກ, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ສົມທົບກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະກະຊວງສຶກສາຊາວໜຸ່ມ ແລະກິລາ ກໍາປູເຈຍ ຈັດຕັ້ງເວທີປາໄສຊາວໜຸ່ມເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 7.

ກ່າວປາໄສໄຂເວທີປາໄສ, ທ່ານ ຫງວຽນແອງຕ໋ວນ, ເລຂາສູນກາງຊາວໜຸ່ມກອມມູນິດ ໂຮ່ຈິມິນ ໃຫ້ຮູ້ວ່າ, ເວທີປາໄສຊາວໜຸ່ມເຂດສາມຫຼ່ຽມພັດທະນາ ຄັ້ງທີ 7 ມີຄວາມໝາຍສໍາຄັນປະກອບສ່ວນປະຕິບັດຖະແຫຼງການຮ່ວມຂອງນາຍົກລັດຖະມົນຕີ 3 ປະເທດຢູ່ກອງປະຊຸມຂັ້ນສູງເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 9 ເຊິ່ງຈັດຕັ້ງຢູ່ນະຄອນ ຊຽມຣຽບ (ກໍາປູເຈຍ) ປີ 2016.

leftcenterrightdel
ບັນຍາກາດທີ່ພິທີລົງນາມໃນບົດບັນທຶກຖະແຫຼງການຮ່ວມເວທີປາໄສຊາວໜຸ່ມເຂດສາມຫຼ່ຽມພັດທະນາ. ພາບ: TTXVN

ພາຍຫຼັງໜຶ່ງວັນປຶກສາຫາລືຢ່າງຟົດຟື້ນດ້ວຍການປະກອບຄໍາເຫັນຫຼາຍຢ່າງຢູ່ເວທີປາໄສຊາວໜຸ່ມເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 7 ປີ 2017, ຕອນບ່າຍວັນທີ 17 ທັນວາ, ຜູ້ຕາງໜ້າຄະນະຜູ້ແທນຊາວໜຸ່ມສາມປະເທດໄດ້ເຫັນດີເປັນເອກະພາບ ແລະລົງນາມໃນຖະແຫຼງການຮ່ວມເວທີປາໄສຊາວໜຸ່ມເຂດສາມຫຼ່ຽມພັດທະນາດ້ວຍ 6 ເນື້ອໃນຕົ້ນຕໍໍ: ຈັດຕັ້ງເພີ່ມທະວີ ແລະເປີດກວ້າງການຮ່ວມມືຊາວໜຸ່ມໃນຫຼາຍຂົງເຂດຈາກສູນກາງລົງຮອດທ້ອງຖິ່ນ, ໃນນັ້ນສຸມໃສ່ສຶກສາ, ບໍາລຸງສ້າງຊາວໜຸ່ມກ່ຽວກັບສາຍພົວພັນມິດຕະພາບ ແລະຄວາມສາມັກຄີລະຫວ່າງປະຊາຊົນສາມປະເທດ ກໍາປູເຈຍ-ລາວ-ຫວຽດນາມ. ຈັດຕັ້ງການເຄື່ອນໄຫວຊຸກຍູ້ການຮ່ວມມືລະຫວ່າງບັນດາວິສາຫະກິດ, ນັກທຸລະກິດໜຸ່ມສາມປະເທດ; ສົ່ງເສີມ ແລະຕັ້ງໜ້າໜູນຊ່ວຍຊາວໜຸ່ມເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ເລີ່ມທຸລະກິດມີຫົວຄິດປະດິດສ້າງ, ພັດທະນາແບບຍືນຍົງ.

ໃນວັນດຽວກັນ, ຢູ່ແຂວງ ບິ່ງເຟຶອກ ກໍ່ໄດ້ດໍາເນີນກອງປະຊຸມອະນຸກໍາມະການສິ່ງເວດລ້ອມ-ສັງຄົມ ຄັ້ງທີ 8, ກອງປະຊຸມອະນຸກຳມະການເສດຖະກິດ ຄັ້ງທີ 10...

 

ແປໂດຍ: ຫງວຽນກຸກ