ຕາມບົດລາຍງານດັ່ງກ່າວ, ໃນປີ 2017, ຫວຽດນາມ ລື່ນກາຍ ຮົ່ງກົງ (ຈີນ) ແລະກາຍເປັນຕະຫຼາດສົ່ງອອກໃຫຍ່ທີສາມຂອງ ສ. ເກົາຫຼີ, ພຽງແຕ່ຖັດຈາກ ຈີນ ແລະອາເມລິກາ, ເພີ່ມຂຶ້ນ 3 ລະດັບເມື່ອທຽບໃສ່ກັບປີ 2014. KITA ໃຫ້ຮູ້ວ່າການຄ້າລະຫວ່າງສອງປະເທດຄາດຄະເນວ່າຈະລື່ນກາຍຄາດໝາຍ 100 ຕື້ໂດລາສະຫະລັດໃນປີ 2020, ຜ່ານນັ້ນ, ນໍາ ຫວຽດນາມ ກາຍເປັນຈຸດນັດພົບໃຫຍ່ທີສອງຂອງບັນດາປະເພດສິນຄ້າສົ່ງອອກຂອງ ສ. ເກົາຫຼີ, ພຽງແຕ່ຖັດຈາກ ຈີນ.

leftcenterrightdel
ພາບປະກອບຄັດຈາກ: Bnews.

ການສົ່ງອອກສິນຄ້າຂອງ ສ. ເກົາຫຼີ ເຂົ້າຕະຫຼາດ ຫວຽດນາມ ໃນໄລຍະກວ່າ 10 ປີຜ່ານມາຍາມໃດກໍ່ເພີ່ມຂຶ້ນ. ສິນຄ້າສົ່ງອອກຂອງ ສ. ເກົາຫຼີ ກວມເອົາ 8,5% ໃນລວມຍອດສິນຄ້ານຳເຂົ້າຂອງ ຫວຽດນາມ ໃນປີ 2007 ແຕ່ວ່າອັດຕາສ່ວນນີ້ໄດ້ເພີ່ມຂຶ້ນເຖິງລະດັບສະຖິຕິ 22,1% ໃນປີ 2017.

ຕາມບົດລາຍງານດັ່ງກ່າວ, ການຄ້າສອງຝ່າຍເພີ່ມຂຶ້ນແມ່ນຍ້ອນອີງໃສ່ FTA ລະຫວ່າງສອງປະເທດທີ່ມີຜົນສັກສິດມາແຕ່ເດືອນ ທັນວາ ປີ 2015. ໃນຮອບເວລາສອງປີນັບແຕ່ຈຸດເວລານັ້ນ, ການສົ່ງອອກສິນຄ້າຂອງ ສ. ເກົາຫຼີ ເຂົ້າຕະຫຼາດ ຫວຽດນາມ ໄດ້ເພີ່ມຂຶ້ນ 60,5 %, ໃນຂະນະນັ້ນການນໍາເຂົ້າກໍ່ ເພີ່ມຂຶ້ນ 61%.

ເຖິງວ່າ, ລວມຍອດປະລິມານສິນຄ້າສົ່ງອອກຂອງ ສ. ເກົາຫຼີ ໄດ້ຫຼຸດລົງໃນສອງປີລຽນຕິດ (ແມ່ນປີ 2015 ແລະ2016) ກໍ່ຕາມ, ແຕ່ການສົ່ງອອກຂອງພື້ນຖານເສດຖະກິດໃຫຍ່ທີ 4 ໃນອາຊີ ເຂົ້າຕະຫຼາດ ຫວຽດນາມ ໄດ້ເພີ່ມຂຶ້ນຕາມລໍາດັບແມ່ນ 24,2% ແລະ17,5%. ໃນປີ 2017, ມູນຄ່າສ່ວນເກີນການຄ້າຂອງ ສ. ເກົາຫຼີ ຕໍ່ກັບ ຫວຽດນາມ ແມ່ນເພີ່ມຂຶ້ນລະດັບ 31,6 ຕື້ໂດລາສະຫະລັດ.

 

ແປໂດຍ: ກວຽດເຕີມ