leftcenterrightdel
ນັກກິລາເກືອບ 350 ຄົນເຂົ້າຮ່ວມງານແຂ່ງຂັນລອຍນໍ້າ-ດໍານໍ້າແຫ່ງຊາດ ປະຈໍາປີ 2018. ພາບ: baotainguyenmoitruong.vn
leftcenterrightdel
ມອບລາງວັນໃຫ້ແກ່ບັນດານັກກິລາດໍານໍ້າ. ພາບ: baotainguyenmoitruong.vn

ການແຂ່ງຂັນໄດ້ດຶງດູດນັກກິລາເຂົ້າຮ່ວມເກືອບ 350 ຄົນທີ່ມາຈາກ 34 ຄະນະໃນທົ່ວປະເທດ. ບັນດານັກກິລາດໍານໍ້າຈະແຂ່ງຂັນຊີງ 56 ຫຼຽນລາງວັນ ຢູ່ລຸ້ນອາຍຸແຕ່ 16-17 ປີ ແລະລຸ້ນອາຍຸບໍ່ເກີນ 15 ປີ. ສ່ວນປະເພດລອຍນໍ້າ, ບັນດານັກກິລາຈະແຂ່ງຂັນຊີງ 105 ຫຼຽນລາງວັນ, ໂດຍມີລຸ້ນອາຍຸແຕ່ 16-18 ປີ, ລຸ້ນອາຍຸແຕ່ 14-15 ປີ ແລະລຸ້ນອາຍຸບໍ່ເກີນ 13 ປີ. ບັນດານັກກິລາຈະແຂ່ງຂັນໃນບັນດາລາຍການຄື: ລອຍແບບເສລີ, ລອຍກົບ, ລອຍຫງາຍ, ລອຍແມງກະເບື້ອ, ລອຍປະສົມ ແລະລອຍຕໍ່ກັນເພດຊາຍ, ຍິງ; ດໍານໍ້າຕີນເປັດຄູ່... ງານແຂ່ງຂັນຈະດໍາເນີນຮອດວັນທີ 21 ພຶດສະພາ.

 

ແປໂດຍ: ຮວ່າງເຈື່ອງ