leftcenterrightdel
ນັກກິລາ ແຂ່ງຂັນຢ່າງຟົດຟື້ນຕາມໄລຍະທາງການແຂ່ງຂັນ. ພາບ: qdnd.vn

ງານແຂ່ງຂັນໄດ້ດຶງດູດນັກກິລາ 300 ກວ່າຄົນ ທີ່ມາຈາກເກືອບ 40 ສະໂມສອນລົດຖີບຢູ່ນະຄອນໂຮ່ຈີມິນ ແລະບັນດາທ້ອງຖິ່ນໃກ້ຄຽງເຂົ້າຮ່ວມ. ງານແຂ່ງຂັນແບ່ງອອກເປັນ 2 ກຸ່ມອາຍຸ, ຄື: ກຸ່ມທີ 1 (ອາຍຸ 16-40 ປີ) ແລະກຸ່ມທີ 2 (ອາຍຸ 41-60 ປີ), ແຂ່ງຂັນໃນໄລຍະທາງ: 24 ກິໂລແມັດ, 32 ກິໂລແມັດ ແລະ 64 ກິໂລແມັດ. ຄະນະຈັດຕັ້ງ ໄດ້ມອບລາງວັນໃຫ້ບັນດາທີມ, ນັກກິລາດີເດັ່ນຕາມເນື້ອໃນຄື: ທີມນັບເວລາ, ທີມຊາຍ, ທີມຍິງ... ງານແຂ່ງຂັນໄດ້ສ້າງເງື່ອນໄຂໃຫ້ນັກກິລາລົດຖີບສາມາດພົບປະແລກປ່ຽນ, ຮຽນຮູ້, ຍົກສູງລະດັບວິຊາຊີບ, ຊຸກຍູ້ຂະບວນການຝຶກແອບລົດຖີບຢູ່ນະຄອນໂຮ່ຈີມິນ ແລະທ້ອງຖິ່ນຕ່າງໆ.

ໂດຍ: ຈາງຫງວຽນ