leftcenterrightdel
ນັກເຕະ ເປໂດຣ ຍິງໄດ້ 1 ປະຕູໃນການແຂ່ງຂັນ. ພາບ: ຫວຽດອານ

ນັດແຂ່ງຂັນລະຫວ່າງສອງທີມທີ່ດຳເນີນຢູ່ສະໜາມກິລາຮ່າງໄດ໊ (ຮ່າໂນ້ຍ) ໃນຕອນຄ່ຳວັນທີ 9 ມີນາ. ໄດ້ຕໍ່ເວລາຕື່ມອີກ 10 ນາທີ ເມື່ອແມ້ງຢຸງ ຮັບບັດແດງ, ແຕ່ສະໂມສອນຕຳຫຼວດ ຮ່າໂນ້ຍ FC ບໍ່ສາມາດຍິງປະຕູໄດ້. ດ້ວຍການປ້ອງກັນ ແລະບຸກຕີຢ່າງມີປະສິດທິຜົນໄດ້ຊ່ວຍໃຫ້ ເຖກົງ-Viettel ຊະນະພາຍຫຼັງ 7 ນັດທີ່ສະເໝີກັນ ແລະເສຍໄຊຢ່າງຕໍ່ເນື່ອງ, ຢືນຢູ່ອັນດັບທີ 13 ຊົ່ວຄາວດ້ວຍ 13 ຄະແນນ.

ໃນຂະນະນັ້ນ LPBank ຮວ່າງແອງຢາລາຍ ຊະນະສະໂມສອນນະຄອນ ໂຮ່ຈີມິນ 2-1 ປະຕູ; Becamex ບິ່ງເຢືອງ ຊະນະຊົງລາມເງະອານ 3-2 ປະຕູ; ສະໂມສອນແຄ໊ງຮວ່າ ສະເໝີ 2-2 ປະຕູກັບ MerryLand ກຸຍເຍິນບິ່ງດິ້ງ ແຕ່ຍັງຢູ່ອັນດັບສຸດທ້າຍໃນຕາຕະລາງ ດ້ວຍ 9 ຄະແນນ.

ໂດຍ: ທະນາພອນ