ຊຸມປີ 90 ຂອງສະຕະວັດທີ່ຜ່ານມາ, ຢູ່ນະຄອນໂຮ່ຈີມິນ, ໄດ້ສ້າງຕັ້ງສະໂມສອນຜູ້ທີ່ມີຄວາມມັກຮັກ, ນິຍົມຊົມຊອບທີມບານເຕະເຖກົງ, ທຸກຄົນລ້ວນແຕ່ເຫັນດີເປັນເອກະພາບກັບຄະຕິເຕືອນໃຈທີ່ວ່າ “ເຖກົງ - ຄັ້ງໜຶ່ງ ແລະຕະຫຼອດໄປ”. ຂ້າພະເຈົ້າຮູ້ສຶກສະເທືອນໃຈຫຼາຍ ເມື່ອໄດ້ຮັບບັດນັກເຊຍບານ ໝາຍເລກ 1 ແລະເຮັດໃຫ້ຂ້າພະເຈົ້າ ຄິດເຖິງຄັ້ງທຳອິດທີ່ໄດ້ໄປເບິ່ງທີມເຖກົງແຂ່ງຂັນຢູ່ສະໜາມກິລາໂກດເກີ່. ຕົນເອງມີຄວາມເມົາມົວຫຼົງໄຫຼທີມບານເຕະກອງທັບເຖກົງ ໃນຕະຫຼອດເກືອບ 40 ປີ, ໃນເວລານັ້ນຖືວ່າເປັນຊ່ວງໄລຍະເວລາຍາວນານທີ່ສຸດ.

leftcenterrightdel
ທີມເຕະບານ ເຖກົງ ປີ 1955. ພາບເອກະສານ

ມາຮອດປະຈຸບັນ ຂ້າພະເຈົ້າມີອາຍຸ 78 ປີແລ້ວ, ຕົນເອງມີຄວາມມັກຮັກ. ນິຍົມຊົມຊອບ, ເບິ່ງທີມ ເຖກົງ ເຕະບານມານີ້ ແມ່ນໄດ້ 68 ປີແລ້ວ. ໃນຕະຫຼອດ 68 ປີນັ້ນ ຍາມໃດພວກຂ້າພະເຈົ້າກໍ່ມັກຊົມມັກເຊຍແຕ່ທີມ ເຖກົງ. ໃນຊຸມປີທີ່ຈັກກະພັດອາເມລິກາ ຖິ້ມລະເບີດໃສ່ພາກເໜືອ ແລະພວກຂ້າພະເຈົ້າໄດ້ອົບພະຍົບໄປຢູ່ເຂດພູຜາປ່າໄມ້, ເມື່ອບໍ່ໄດ້ຢູ່ບ້ານ, ໃນເວລາທີ່ໝູ່ເພື່ອນມາພົບປະກັນສ່ວນຫຼາຍແມ່ນຈະຖາມຂ່າວຄາວກ່ຽວກັບທີມບານເຕະເຖກົງ. ການແຂ່ງຂັນແຕ່ລະນັດຂອງທີມເຖກົງ ແມ່ນໄດ້ເລົ່າສູ່ກັນຟັງນັບຫຼາຍສິບຄັ້ງ. ເມື່ອຄິດຮອດທີມບານເຕະເຖກົງ, ຂ້າພະເຈົ້າ ໄດ້ຄິດເຖິງສິ່ງໃດສິ່ງໜຶ່ງປຽບເໝືຶອນດັ່ງບຸນຄຸນທີ່ໄດ້ໃຫ້ກຳເນີດ, ລ້ຽງດູ, ສັ່ງສອນມາຈົນຈະເລີນເຕີບໃຫຍ່, ຄິດເຖິງຄວາມສັດຊື່ບໍລິສຸດ, ຄວາມສະເໝີຕົ້ນສະເໝີປາຍ, ນ້ຳໃຈເພື່ອມຮ່ວມງານ ແລະຄວາມຮັກລະຫວ່າງຄູ່ບ່າວສາວ. ເຖກົງແມ່ນເຈດຈໍານົງແຫ່ງຄວາມຕັດສິນໃຈ, ແມ່ນຄວາມໄຝ່ຝັນ ແລະຄວາມຄາດຫວັງ, ແມ່ນການລະດົມກໍາລັງໃຈ ແລະປອບໃຈອີກດ້ວຍ. ແປກປະຫຼາດທີ່ສຸດ, ເຊິ່ງມັນບໍ່ສາມາດອະທິບາຍໄດ້ໝົດ. ທີມບານເຕະເຖກົງ ກໍ່ເປັນຄືແນວນັ້ນ ແລະກໍ່ເປັນຄືແນວນັ້ນແລະ,....

ໃນຊຸມປີທີ່ອາເມລິກາ ຖິ້ມລະເບີດຢູ່ພາກເໜືອ, ພວກຂ້າພະເຈົ້າໄດ້ຍົກຍ້າຍອອກຈາກຮ່າໂນ້ຍ. ບໍ່ໄດ້ເຕະບານ ແລະບໍ່ໄດ້ເບິ່ງເຕະບານຢູ່ສະໜາມກິລາ ໂກດເກີ່, ສະໜາມກິລາຮ່າງໄດ໊ ອີກຕໍ່ໄປແລ້ວ... ແຕ່ເລື່ອງລາວ ກ່ຽວກັບ ບານເຕະຂອງທີມ ເຖກົງ ຍັງໄດ້ເວົ້າເຖິງໃນການດຳລົງຊີວິດປະຈຳວັນ ຂອງພວກຂ້າພະເຈົ້າຕະຫຼອດໄປ. ຂ້າພະເຈົ້າເຫັນວ່າ ລຸ້ນໃດ ຂອງເຖກົງ ກໍ່ສະຫງ່າລາສີ ແລະກໍ່ມີຜູ້ທີ່ມີພອນສະຫວັນ. ແຕ່ລະລຸ້ນໄດ້ຈົດຈໍາດ້ວຍໄຊຊະນະ, ດ້ວຍຊື່ສຽງຂອງທີມ ແລະດ້ວຍປີທີ່ເຂົ້າເປັນທະຫານ. ໃນລຸ້ນຕ່າງໆນັ້ນ, ມີ ລຸ້ນໜຶ່ງໄດ້ກ່າວເຖິງຫຼາຍທີ່ສຸດ ນັ້ນແມ່ນ ລຸ້ນທີ່ມີນັກເຕະ ເຂົ້າເປັນທະຫານ ໃນປີ 1965, ຕໍ່ມາ ຈຶ່ງພາກັນເອີ້ນຫຍໍ້ວ່າ ເຖກົງ 1965.

ບານເຕະໃນເວລານັ້ນແມ່ນເປັນແບບນັ້ນແລະ. ມັນເປັນພຽງແຕ່ເລື່ອງລາວທີ່ມີຄວາມກະຕືລືລົ້ນກະຊິບບອກຕໍ່ກັນມາໃນທ່າມກາງສຽງລະເບີດແຕກ; ເປັນພຽງແຕ່ຄວາມເບີກບານມ່ວນຊື່ນທີ່ກະຊິບບອກຕໍ່ກັນມາສະຫຼັບກັບຄວາມຫວັງທີ່ທະນຸຖະໜອມ ແລະຫວງແຫນ. ໃນທ່າມກາງເລື່ອງລາວຂອງສະໜາມຮົບ, ເຂົ້າພາກໃຕ້ອອກພາກເໜືອ, ໃນທ່າມກາງຄວາມຄິດຮອດຄິດເຖິງພໍ່ແມ່ທີ່ຢູ່ຫ່າງໄກ, ໝູ່ເພື່ອນແຍກທາງກັນ... ຍາມໃດກໍ່ລ້ວນແຕ່ມີເລື່ອງລາວກ່ຽວກັບບານເຕະ, ຍາມໃດກໍ່ມີຄວາມຄາດຫວັງຢາກເຫັນທີມເຖກົງ ລົງເດີ່ນແຂ່ງຂັນ. ໄດ້ໄປເບິ່ງເຕະບານ, ໄດ້ພົບປະກັບທີມເຖກົງ ຄືນໃໝ່ ໝາຍຄວາມວ່າແມ່ນໄດ້ກັບຄືນມາຮ່າໂນ້ຍ. ການໄດ້ມາພົບປະ, ໄດ້ກັບຄືນມາໃນວັນນັ້ນຈະເປັນຄວາມເບີກບານມ່ວນຊື່ນທີ່ບໍ່ມີຄຳອະທິບາຍ. ເຖກົງ ປີ 1965 ມີໂຊກຊະຕາ, ມີພາລະກໍາທີ່ເປັນສັນຍາລັກແຫ່ງຄວາມຫວັງ.

leftcenterrightdel
ກອງໜ້າ ເຍິມແມ້ງຢຸງ (ເບື້ອງຂວາ) ຕົວແທນກໍາລັງໜຸ່ມ ແລະຄວາມຄາດຫວັງຢາກຍາດໄດ້ໄຊຊະນະຂອງ ເຖກົງ-Viettel. ພາບ: PVF

ການຂຽນກ່ຽວກັບບານເຕະລຸ້ນໜຶ່ງກໍ່ແມ່ນເວລາເພື່ອໃຫ້ຄິດເຖິງຫຼາຍລຸ້ນ, ໃນນັ້ນມີລຸ້ນ ເຖກົງ - ເຊິ່ງແມ່ນທີມບານເຕະ Viettel ໃນປະຈຸບັນ. ນັກເຕະ  ເຖກົງ ທຸກລຸ້ນຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ສືບທອດສາຍເລືອດຂອງພວກເຂົາ; ເຂົາເຈົ້າມີຄວາມພາກພູມໃຈທີ່ສຸດທີ່ໄດ້ປະກອບສ່ວນຄວາມສາມາດ ແລະເຫື່ອແຮງຂອງຕົນເພື່ອເສີມສ້າງມູນເຊື້ອອັນສະຫງ່າລາສີຂອງທີມບານເຕະກອງທັບ.

ເມື່ອຫວນຄືນໃນຊຸມທົດສະວັດທີ່ຜ່ານມາ ຍິ່ງເຫັນໄດ້ວ່າເຖກົງ ໄດ້ກາຍເປັນເຄື່ອງໝາຍການຄ້າພິເສດຂອງທີມບານເຕະຫວຽດນາມ. ເຄື່ອງໝາຍການຄ້ານັ້ນໄດ້ສ້າງຂຶ້ນຕາມທໍາມະຊາດ, ໄດ້ເຕົ້າໂຮມເອົາຫຼາຍປັດໄຈປະຫວັດສາດ ແລະຍືນຍົງຄົງຕົວຕໍ່ການເວລາ. ໃນປັດຈຸບັນເມື່ອຕັ້ງທີມບານເຕະ, ພວກເຮົາຫວັງແຕ່ວ່າຈະສ້າງເຄື່ອງໝາຍການຄ້າໃຫ້ໄດ້ຄືແນວນັ້ນ. ແຕ່ເສັ້ນທາງທີ່ຈະສ້າງທີມບານເຕະ, ສ້າງນັກກິລາອາຊີບ ແມ່ນຍັງດົນ, ເສັ້ນທາງຍັງຍາວໄກ, ຫຍຸ້ງຍາກຫຼາຍ, ບໍ່ວ່າຈະໃຊ້ທຶນຮອນ, ມີຄວາມຮູ້ຄວາມສາມາດ ແລະສະຕິປັນຍາຫຼາຍປານໃດກໍ່ຕາມ. ມີຫຼາຍວິທີອະທິບາຍທີ່ແຕກຕ່າງກັນ ແຕ່ມີສິ່ງໜຶ່ງທີ່ຫຼາຍຄົນພ້ອມກັນເບິ່ງເຫັນ: ສະພາບການໃນປັດຈຸບັນນີ້ໄດ້ແຕກຕ່າງຫຼາຍແລ້ວ! ສະນັ້ນ, ອາດເວົ້າໄດ້ວ່າ ເຖກົງ ແມ່ນຜະລິດຕະພັນຂອງສະພາບການປະຫວັດສາດໜຶ່ງກຳນົດຂຶ້ນມາ, ໃນສະໄໝທີ່ສະຫງ່າອົງອາດຂອງທົ່ວທັງຊາດ.

ໃນປັດຈຸບັນສາມາດເບິ່ງບານເຕະຢູ່ຫຼາຍບ່ອນຫຼາຍທີ່. ການແຂ່ງຂັນບານເຕະໄດ້ສາຍເທິງໜ້າຈໍໂທລະພາບຢ່າງບໍ່ຢຸດຢັ້ງ, ບານເຕະມີຄວາມຕື່ນເຕັ້ນຢູ່ສະໜາມກິລາໃນທົ່ວປະເທດ, ໃນນັ້ນມີ ເຖກົງ-Viettel ພວມແຂ່ງຂັນ. ມີຫຼາຍນັດແມ່ນແຂ່ງຂັນໄດ້ດີ, ນັກເຕະຫຼາຍຄົນຄວນເບິ່ງເພື່ອເອົາເປັນບົດຮຽນ. ນັກເຕະລຸ້ນປັດຈຸບັນມີທັງພອນສະຫວັນ, ທັງສື່ມວນຊົນໃຫ້ການສະໜັບສະໜູນ, ຜັກດັນ ກໍ່ມີຊື່ສຽງສາມາດເວົ້າໄດ້ວ່າ ບໍ່ມີຂອບເຂດຈຳກັດ. ການດຳລົງຊີວິດຕ້ອງກ້າວໜ້າຄືແນວນັ້ນ, ປຽບເໝືອນດັ່ງລະດູບານໃໝ່ວຽນມາ, ບຸນເຕັດມາຮອດມາເຖິງ ເຕັມໄປດ້ວຍດອກໄມ້, ດອກຄາຍທີ່ອວດອ້າເບັ່ງບານ, ໝາກແປ້ນຫຼາກຫຼາຍສີສັນ... ແຕ່ຄວາມພຽງພໍໃນມື້ນີ້ແມ່ນບໍ່ສາມາດເຮັດໃຫ້ຄົນເຮົາລືມໄດ້ ຫຼືເວົ້າໃຫ້ຖືກຕ້ອງໄປກວ່ານັ້ນແມ່ນ, ຄວາມພຽງພໍຍິ່ງເຮັດໃຫ້ຄົນເຮົາຄິດຮອດຫຼາຍຂຶ້ນ.

ປອ ນັກຂ່າວ ຫວູກົງເລິບ

ໂດຍ: ທະນາພອນ