ທີມບານເຕະແຫ່ງຊາດ ຫວຽດນາມ ໄດ້ສະແດງລີລາການເຕະທີ່ແນ່ນອນ, ກ້າຫານໃນການແຂ່ງຂັນນັດທຳອິດໃນວັນທີ 14 ມັງກອນ, ຢູ່ ກາຕາ, ໃນຂອບເຂດການແຂ່ງຂັນຊີງແຊ້ມບານເຕະອາຊີ (AFC Asian Cup). ເຖິງແມ່ນວ່າ ບໍ່ສາມາດເອົາຊະນະຕໍ່ທີມບານເຕະແຫ່ງຊາດ ຍີ່ປຸ່ນ ດ້ວຍຄະແນນ 2 ປະຕູຕໍ່ 4 ກໍຕາມ, ແຕ່ທີມບານເຕະຫວຽດນາມ ຍັງເປັນທີມທີ່ໜ້າມີຄວາມປະທັບໃຈສຳລັບວົງການນັກວິຊາການ ແລະແຟນບານ.

leftcenterrightdel
ນັກກິລາບານເຕະຫວຽດນາມ ແຂ່ງຂັນກັບນັກເຕະບານຍີ່ປ່ນຸ. ພາບ: ສໍານັກຂ່າວສານຫວຽດນາມ

ໜັງສືພິມ Osen ຂອງ ສ.ເກົາຫຼີ ມີບົດຂຽນວ່າ ເຖິງວ່າເສຍໄຊກໍຕາມ, ແຕ່ ຫວຽດນາມ ຍັງສະແດງໃຫ້ເຫັນກຳລັງແຮງຂອງຕົນເມື່ອຍິງປະຕູໄດ້ 2 ລູກເຂົ້າປະຕູຂອງທີມ ຍີ່ປຸ່ນ, ເຊິ່ງເປັນທີມມີອັນດັບ FIFA ສູງສຸດໃນອາຊີ. ໃນເວັບໄຊກິລາ ESPN Asia ຂຽນວ່າ ທີມບານເຕະຫວຽດນາມ ມີຄວາມກ້າຫານ, ເຮັດໃຫ້ຄູ່ແຂ່ງທີ່ແຂງແກ່ນກວ່າກໍຕ້ອງພະຍາຍາມເພື່ອເພີ່ມຄະແນນຂອງຕົນ.

ໃນຂະນະນັ້ນ, ໜັງສືພິມ Siam Sport ຂອງ ໄທ ໄດ້ເຮັດໃຫ້ແຟນບານ ໄທ ມີຄວາມປຶ້ມໃຈຕໍ່ນ້ຳໃຈແຂ່ງຂັນຂອງຫວຽດນາມ ຕໍ່ກັບທີມຊາດຍີ່ປຸ່ນ. ນັດແຂ່ງຂັນດັ່ງກ່າວມີຄວາມຈັບອົກຈັບໃຈເໜືອການຄາດຄິດ. ເຖິງວ່າເສຍໄຊດ້ວຍ 2 ປະຕູຕໍ່ 4 ແຕ່ນ້ຳໃຈການແຂ່ງຂັນຂອງຫວຽດນາມ ກໍ່ແມ່ນແບບຢ່າງ. ບັນດານັກກິລາບານເຕະ ໄທ ຕ້ອງແຂ່ງຂັນຢ່າງສຸດໃຈກວ່າໃນ Asian Cup 2023.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ