ນີ້ແມ່ນນັດແຂ່ງຂັນປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ແຕ່ຄູຝຶກ ເຈືອງກວ໋ກຕ໋ວນ ແລະສະມາຊິກທີມບານເຕະຍິງ Futsal ຫວຽດນາມ ຊະນະທີມອິນໂດເນເຊຍ ດ້ວຍປະຕູ 2-1 ເພື່ອຍາດເອົາສິດເຂົ້າໄປຫຼີ້ນໃນຮອບຮອງຊະນະເລີດ. ທີ່ຮອບຮອງຊະນະເລີດ, ທີມບານເຕະຍິງ Futsal ຫວຽດນາມຈະພົບກັບທີມອີຣານ.

leftcenterrightdel
ທີມບານເຕະຍິງ Futsal ຫວຽດນາມ. ພາບ: qdnd.vn.

ໃນຂະນະນັ້ນ, ປະເທດເຈົ້າພາບໄທ ຊະນະທີມໄຕຫວັນ (ຈີນ) ໄດ້ຢ່າງງ່າຍດາຍດ້ວຍປະຕູ 6-1. ທີ່ຮອບຮອງຊະນະເລີດ, ໄທ ຈະພົບກັບ ຍີ່ປຸ່ນ-ເຊິ່ງແມ່ນທີມທີ່ຊະນະ ອຸຊເບກິສຖານ ດ້ວຍປະຕູ 5-1. ບັນດາການແຂ່ງຂັນຢູ່ຮອບຮອງຊະນະເລີດຈະດໍາເນີນໃນວັນທີ 10 ພຶດສະພາ.

 

ແປໂດຍ: ເຈິ່ນຮວ່ຽນ