ຢູ່ຮອບຄັດເລືອກ, ໄທ ເອົາຊະນະ ສິງກະໂປ 8-0 ປະຕູ ແລະບຣູໄນ 4-0 ປະຕູ. ສະນັ້ນ, ໄທ ຮັບຖືວ່າຈະໄດ້ຮັບຊະນະເລີດໃນງານແຂ່ງຂັນ. ໃນຂະນະນັ້ນ, U16 ຫວຽດນາມ ເອົາຊະນະ ລາວ 2-1 ປະຕູ ແລະສະເໝີທີມ Miyazaki 0-0.

ທັງສອງທີມລ້ວນແຕ່ຮູ້ຈັກກັນເມື່ອເຄີຍແຂ່ງຂັນນໍາກັນຢູ່ຮອບຊີງຊະນະເລີດ U15 ອາຊຽນ 2017. ໃນການແຂ່ງຂັນນັ້ນ, ຫວຽດນາມ ເອົາຊະນະໃນການຍິງລູກໂທດ ແລະຄວ້າແຊ໋ມການແຂ່ງຂັນ.

leftcenterrightdel
ແຟນບານຫວຽດນາມ ຢູ່ ຍີ່ປຸ່ນ ອວຍພອນບັນດານັກເຕະບານ ພາຍຫຼັງເຂົ້າຮອບຊີງຊະນະເລີດ. ພາບ: VFF.

ໃນກາດຍິງລູກໂທດເພື່ອຕັດສິນ ເຊິ່ງ ຢຸຍຢຸ໋ງ ຜູ້ຮັກສາປະຕູຂອງທີມ ໂຊຜົນງານໄດ້ດີເດັ່ນທີ່ສຸດເຊິ່ງສາມາດເຊບຈຸດໂທດໄດ້ເຖິງ 3 ລູກຈາກຄູ່ແຂ່ງ, ຊ່ວຍເຮັດໃຫ້ຫວຽດນາມ ເອົາຊະນະ ໄທ 5-4 ປະຕູ, ທະລຸເຂົ້າໄປຮອບຊິງຊະນະເລີດໄດ້ສຳເລັດ.

ຄູ່ແຂ່ງຂອງຫວຽດນາມ ໃນຮອບຊີງຊະນະເລີດແມ່ນທີມ ອິນໂດເນເຊຍ - ເຊິ່ງເປັນທີມເອົາຊະນະປະເທດເຈົ້າພາບຍີ່ນປຸ່ນ 1-0 ປະຕູ.

ການແຂ່ງຂັນຮອບຊີງຊະນະເລີດໄດ້ດໍາເນີນໃນວັນທີ  12 ມີນາ, ເວລາ 11 ໂມງ 30 ນາທີ (ຕາມເວລາ ຮ່າໂນ້ຍ).

 

ແປໂດຍ: ຮວ່າງເຈື່ອງ