ທີ່ການພົບປະ, ແຂວງທ໊າຍບິ່ງ ໄດ້ມອບຂອງຂວັນປີໃໝ່ເກືອບ 450 ພູດໃຫ້ແກ່ນັກສຶກສາລາວ 281 ຄົນ, ນັກສຶກສາກໍາປູເຈຍ 163 ຄົນ ແລະນັກສຶກສາໂມຊຳບິກ 4 ຄົນ ທີ່ກໍາລັງຮໍ່າຮຽນຢູ່ມະຫາວິທະຍາໄລການແພດການຢາ ທ໊າຍບິ່ງ.

leftcenterrightdel
ທ່ານນາງ ຫງວຽນທິຫຼິງ, ຮອງປະທານຄະນະກໍາມະການປະຊາຊົນແຂວງທ໊າຍບິ່ງ ມອບຂອງຂວັນໃຫ້ແກ່ຜູ້ຕາງໜ້ານັກສຶກສາຕ່າງປະເທດ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄໍາເຫັນທີ່ການພົບປະ, ທ່ານນາງ ຫງວຽນທິຫຼິງ ຮອງປະທານຄະນະກໍາມະການປະຊາຊົນແຂວງທ໊າຍບິ່ງ ໄດ້ເນັ້ນໜັກວ່າ: ແຕ່ລະປີ, ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ, ຄະນະກໍາມະການປະຊາຊົນແຂວງທ໊າຍບິ່ງ ເຄີຍຈັດຕັ້ງການພົບປະສັງສັນບັນດານັກສຶກສາຕ່າງປະເທດທີ່ກໍາລັງຮໍ່າຮຽນຢູ່ແຂວງຢ່າງສະໜິດສະໜົມ.

ນີ້ແມ່ນໂອກາດເພື່ອໃຫ້ບັນດານັກສຶກສາຕ່າງປະເທດ ມີເງື່ອນໄຂຮູ້ສຶກກ່ຽວກັບມູນເຊື້ອອັນດີງາມ, ອາ​ລົມ​ຈິດຂອງປະຊາຊົນຫວຽດນາມ ຢ່າງເລິກເຊິ່ງກວ່າອີກ, ພ້ອມກັນນັ້ນ, ປະກອບສ່ວນຍົກສູງນໍ້າໃຈສາມັກຄີມິດຕະພາບລະຫວ່າງລັດ ແລະປະຊາຊົນຫວຽດນາມກັບລັດ ແລະປະຊາຊົນປະເທດລາວ, ກໍາປູເຈຍ ແລະໂມຊຳບິກ.

ໂດຍ: ຫງວຽນຈາງ