ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ບຸ່ຍແທງເຊີນ ຢືນຢັນວ່າ ຫວຽດນາມສືບຕໍ່ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມ ແລະຊຸກຍູ້ການຮ່ວມສຳພັນເສດຖະກິດໃນພາກພື້ນ ແລະໂລກ; ພ້ອມກັບບັນດາປະເທດສະມາຊິກສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ຊຸກຍູ້ການຜັນຂະຫຍາຍສັນຍາສໍາຄັນນີ້ຢ່າງມີປະສິດທິຜົນ; ສົມທົບຢ່າງແໜ້ນແຟ້ນກັບອີຢູ ຊຸກຍູ້ການລົງນາມ ແລະໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA)ໂດຍໄວ..

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: baoquocte.vn.

ຄຽງຂ້າງນັ້ນ, ທ່ານ ບຸ່ຍແທງເຊີນ ກໍ່ຢືນຢັນຄໍາໝັ້ນສັນຍາຂອງຫວຽດນາມ ສໍາລັບສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ; ເນັ້ນໜັກວ່າ G20 ຄວນເພີ່ມທະວີການຮ່ວມມືໃນການໜູນຊ່ວຍບັນດາປະເທດພວມພັດທະນາການຫັນປ່ຽນໄປສູ່ພື້ນຖານເສດຖະກິດກາກບອນຕໍ່າ; ຊົມເຊີຍ G20 ນໍາເນື້ອໃນສະກັດກັ້ນຂີ້ເຫຍື້ອ ແລະສິ່ງເສດເຫຼືອຢາງປຣາດສະຕິກຢູ່ມະຫາສະໝຸດເຂົ້າໃນໂຄງການດໍາເນີນງານ, ສະເໜີ G20 ສະໜັບສະໜູນຂໍ້ລິເລີ່ມຂອງຫວຽດນາມທີ່ກອງປະຊຸມ G7 ເປີດກວ້າງ 2018 ກ່ຽວກັບການສ້າງກົນໄກທົ່ວໂລກໃນການສະກັດກັ້ນຂີ້ເຫຍື້ອ ແລະສິ່ງເສດເຫຼືອຢາງປຣາດສະຕິກຢູ່ມະຫາສະໝຸດ.

ໂດຍ: ເຈິ່ນຮວ່ຽນ