ຕາງໜ້າຄະນະປະຕິບັດງານ, ທ່ານພັນເອກພິເສດ ຟຸ່ງກິມເລິນ ໄດ້ມອບຂອງຂວັນ, ລວມມີ: ເຂົ້າສານ, ປາກກາ, ເຈ້ຍ, ປຶ້ມຂຽນ; ເຂົ້າໜົມ ແລະບັນດາເຄື່ອງໃຊ້ຈໍາເປັນໃນການດໍາເນີນຊີວິດປະຈໍາວັນ. ບັນດາຂອງຂວັນເລັກໆນ້ອຍໆເຊິ່ງໜັງສືພິມກອງທັບປະຊາຊົນມອບໃຫ້ແມ່ນສາຍໃຈຂອງບັນດານັກຂ່າວນັກຮົບພ້ອມກັບບັນດາຜູ້ໃຈບຸນ, ໃຈກຸສົນດ້ວຍຄວາມຫວັງຊ່ວຍເຫຼືອພວກຫຼານຜ່ານຜ່າຄວາມຫຍຸ້ງຍາກໃນການດຳລົງຊີວິດສ່ວນໃດສ່ວນໜຶ່ງ. ພ້ອມກັນນັ້ນ, ດ້ວຍບັນດາການກະທຳດັ່ງກ່າວ, ໜັງສືພິມກອງທັບປະຊາຊົນໄດ້ປະກອບສ່ວນປຸກລຸກມູນເຊື້ອ “ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະກັນ” ຂອງປະເທດຊາດ.

leftcenterrightdel
ທ່ານພັນເອກພິເສດ ຟຸ່ງກິມເລິນ ແລະພວກຫຼານຢູ່ໝູ່ບ້ານລ້ຽງດູເດັກກຳພ້າຮວາເຟື້ອງ. ເຖ໋ຕ໋ວນ.
leftcenterrightdel
ທ່ານພັນເອກພິເສດ ຟຸ່ງກິມເລິນ ມອບຂອງຂວັນໃຫ້ໝູ່ບ້ານລ້ຽງດູເດັກກຳພ້າຮວາເຟື້ອງ. ເຖ໋ຕ໋ວນ.
leftcenterrightdel
ທ່ານພັນເອກພິເສດ ຟຸ່ງກິມເລິນ ຢ້ຽມຢາມຖາມຂ່າວສະພາບການຮໍ່າຮຽນຂອງພວກຫຼານຢູ່ໝູ່ບ້ານລ້ຽງດູເດັກກຳພ້າຮວາເຟື້ອງ. ເຖ໋ຕ໋ວນ.

ບ້ານລ້ຽງດູເດັກກຳພ້າຮວາເຟື້ອງ ໄດ້ຮັບການສ້າງຕັ້ງໃນປີ 1992, ແມ່ນຊາຍຄາລວມຂອງເດັກກຳພ້າ, ເດັກຖືກປ່ອຍປະ, ເດັກພິການ, ເດັກຊັດເຊພະເນຈອນຫຼາຍຄົນ... ໃນນະຄອນຫາຍຟ່ອງ. ຢູ່ທີ່ນີ້ພວມລ້ຽງດູເດັກ 58 ຄົນ, ໃນນັ້ນມີເດັກພິການ 18 ຄົນ. ການລ້ຽງດູພວກຫຼານໄດ້ຮັບການປະຕິບັດຕາມຮູບແບບຄອບຄົວ, ເພື່ອແນໃສ່ຊ່ວຍພວກຫຼານມີຄອບຄົວຢ່າງແທ້ຈິງ.

ໂດຍ: ທະນາພອນ