ຕອບ: ຕາມຂໍ້ກໍານົດຂອງກົດໝາຍວ່າດ້ວຍຄວາມປອດໄພ, ສຸຂະອະນາໄມແຮງງານແລ້ວ, ອຸບັດຕິເຫດໃນການອອກແຮງງານ, ພະຍາດອາຊີບແມ່ນ:

ອຸບັດຕິເຫດໃນການອອກແຮງງານ ແມ່ນອຸບັດຕິເຫດທີ່ກໍ່ຄວາມເສຍຫາຍໃຫ້ບໍ່ວ່າອະໄວຍະວະ ຫຼື ພາກສ່ວນໃດຂອງຮ່າງກາຍ ຫຼືກໍ່ຄວາມຕາຍໃຫ້ແກ່ຜູ້ອອກແຮງງານ, ທີ່ເກີດຂຶ້ນໃນການອອກແຮງງານ, ຕິດພັນກັບການປະຕິບັດວຽກງານ, ໜ້າທີ່ອອກແຮງງານ.

ພະຍາດອາຊີບ ແມ່ນພະຍາດເກີດຂຶ້ນຈາກເງື່ອນໄຂການອອກແຮງງານທີ່ມີຜົນຮ້າຍຂອງອາຊີບກະທົບເຖິງຜູ້ອອກແຮງງານ.

ສະຫາຍ ຮວ່າງວັນແທ່ງ, ປະຕິບັດງານຢູ່ທະຫານເຂດ 2, ຖາມວ່າ: ກົດໝາຍວ່າດ້ວຍຄວາມປອດໄພ, ສຸຂະອະນາໄມແຮງງານ ແລະກົດໝາຍວ່າດ້ວຍປະກັນສັງຄົມ ປີ 2014 ລ້ວນແຕ່ກໍານົດລະບອບອຸບັດຕິເຫດໃນການອອກແຮງງານ, ພະຍາດອາຊີບ, ສະນັ້ນ, ລະບອບອຸບັດຕິເຫດໃນການອອກແຮງງານ, ພະຍາດອາຊີບ ຈະໄດ້ຮັບການປະຕິບັດຕາມກົດໝາຍວ່າດ້ວຍຄວາມປອດໄພ, ສຸຂະອະນາໄມແຮງງານ ຫຼືກົດໝາຍວ່າດ້ວຍປະກັນສັງຄົມ.

leftcenterrightdel
ພາບປະກອບຈາກ: qdnd.vn.

ຕອບ: ລະບອບອຸບັດຕິເຫດໃນການອອກແຮງງານ, ພະຍາດອາຊີບແມ່ນໜຶ່ງໃນ 5 ລະບອບປະກັນສັງຄົມແບບບັງຄັບ, ເຊິ່ງໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍປະກັນສັງຄົມປີ 2014. ເຖິງຢ່າງໃດກໍ່ຕາມ, ລະບອບປະກັນອຸບັດຕິເຫດໃນການອອກແຮງງານ, ພະຍາດອາຊີບ ກໍ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍຄວາມປອດໄພ, ສຸຂະອະນາໄມແຮງງານ ເລກທີ 84/2015/QH13 ແລະມີຜົນສັກສິດນັບແຕ່ວັນທີ 1 ກໍລະກົດ 2016; ຕາມນັ້ນແລ້ວ, ບັນດາລະບອບອຸບັດຕິເຫດໃນການອອກແຮງງານ, ພະຍາດອາຊີບທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍປະກັນສັງຄົມໝົດຜົນສັກສິດນັບແຕ່ວັນທີ 1 ກໍລະກົດ 2016.

ເປັນອັນວ່າ, ລະບອບປະກັນອຸບັດຕິເຫດໃນການອອກແຮງງານ, ພະຍາດອາຊີບສໍາລັບຜູ້ອອກແຮງງານ ໄດ້ຊື້ປະກັນອຸບັດຕິເຫດໃນການອອກແຮງງານ, ພະຍາດອາຊີບແບບບັງຄັບຈະໄດ້ຮັບການປະຕິບັດຄືດັ່ງລຸ່ມນີ້:

-ນັບແຕ່ວັນທີ 30 ມິຖຸນາ 2016 ຄືນຫຼັງ, ລະບອບອຸບັດຕິເຫດໃນການອອກແຮງງານ, ພະຍາດອາຊີບຖືກນຳໃຊ້ຕາມຂໍ້ກໍານົດຂອງກົດໝາຍວ່າດ້ວຍປະກັນສັງຄົມ ປີ 2014.

-ນັບແຕ່ວັນທີ  1 ກໍລະກົດ 2016 ເປັນຕົ້ນໄປ: ລະບອບອຸບັດຕິເຫດໃນການອອກແຮງງານ, ພະຍາດອາຊີບໄດ້ຮັບການປະຕິບັດຕາມຂໍ້ກໍານົດຂອງກົດໝາຍວ່າດ້ວຍຄວາມປອດໄພ, ສຸຂະອະນາໄມແຮງງານ; ດໍາລັດເລກທີ 37/2016/NĐ-CP ລົງວັນທີ 15 ພຶດສະພາ 2016 ຂອງລັດຖະບານ ທີ່ໄດ້ກໍານົດຢ່າງລະອຽດ ແລະແນະນໍາການປະຕິບັດບາງມາດຕາຂອງກົດໝາຍວ່າດ້ວຍຄວາມປອດໄພ, ສຸຂະອະນາໄມແຮງງານກ່ຽວກັບການປະກັນອຸບັດຕິເຫດໃນການອອກແຮງງານ, ພະຍາດອາຊີບແບບບັງຄັບ ແລະຄໍາແນະນໍາເລກທີ 26/2017/TT-BLĐTBXH ລົງວັນທີ 20 ກັນຍາ 2017 ຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ທີ່ໄດ້ກໍານົດ ແລະແນະນໍາກ່ຽວກັບການປະຕິບັດລະບອບປະກັນອຸບັດຕິເຫດໃນການອອກແຮງງານ, ພະຍາດອາຊີບບັງຄັບ.

ແປໂດຍ: ທູຈາງ