ໂດຍແມ່ນໜຶ່ງໃນບັນດາກົມກອງປະຕິບັດການທົດລອງປະກັນສຸຂະພາບສໍາລັບນາຍ ແລະພົນທະຫານຢູ່ເຂດພາກໃຕ້, ກອງພົນ 9 (ກອງພົນໃຫຍ່ 4) ໄດ້ຜັນຂະຫຍາຍວຽກງານນີ້ຢ່າງເຂັ້ມງວດ, ແໜ້ນແຟ້ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການສົ່ງເສີມສຸຂະພາບໃຫ້ແກ່ນາຍ ແລະພົນທະຫານໃນເງື່ອນໄຂໃໝ່.

ປະສິດທິຜົນ, ຄວາມສະດວກໃຫ້ແກ່ທະຫານ ແລະຮາກຖານເສນາຮັກ

ນັບແຕ່ທ້າຍປີ 2015, ກອງພົນ 9 ປະຕິບັດການແຈກຢາຍບັດປະກັນສຸຂະພາບໃຫ້ແກ່ 100% ນາຍ ແລະພົນທະຫານຂອງກົມກອງ. ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ຄະນະພັກ, ຜູ້ບັນຊາການກົມກອງໄດ້ຊີ້ນຳບັນດາກົມກອງສັງກັດສົມທົບກັນຜັນຂະຫຍາຍຕາມຂໍ້ກໍານົດ, ການແນະນໍາຂອງຂັ້ນເທິງກ່ຽວກັບການປະຕິບັດປະກັນສຸຂະພາບສໍາລັບນາຍ ແລະພົນທະຫານຢ່າງຄົບຊຸດ. ທ່ານພັນໂທ ຫວູແຄ໋ງຕວ່ານ, ຫົວໜ້າຫ້ອງການແພດກອງພົນ 9 ໃຫ້ຮູ້ວ່າ: “ເມື່ອເຂົ້າປະກັນສຸຂະພາບ, ນາຍ ແລະພົນທະຫານສາມາດຈົດທະບຽນກວດ ແລະປິ່ນປົວພະຍາດເບື້ອງຕົ້ນຢູ່ບັນດາຮາກຖານເສນາຮັກ ຫຼື ຮາກຖານສຸຂະພິບານປະຊາຊົນທີ່ສະດວກກັບບ່ອນເຮັດວຽກ, ບ່ອນຢູ່ອາໄສ. ຍິ່ງກວ່ານັ້ນ, ການປິ່ນປົວພະຍາດມີການເຊື່ອມຕໍ່ລະຫວ່າງບັນດາຮາກຖານເສນາຮັກ ແລະຮາກຖານສຸຂະພິບານປະຊາຊົນ, ໄດ້ສ້າງຄວາມສະດວກໃຫ້ແກ່ພົນທະຫານກວ່າເກົ່າ”.

ຈົດທະບຽນກວດ ແລະປິ່ນປົວພະຍາດເບື້ອງຕົ້ນຢູ່ໂຮງໝໍຫຼາຍຂະແໜງ ຊວຽນອ໋່າ (ເມືອງກູ໊ຈີ, ນະຄອນ ໂຮ່ຈິມິນ), ໄລຍະຜ່ານມາ, ທ່ານຮ້ອຍເອກພິເສດ ຈີ້ງຮວ່າຍເຕີມ, ຫ້ອງການເມືອງກອງພັນໃຫຍ່ 2 ໄປກວດພະຍາດ, ເອໂກໄຂ່ຫຼັງ, ວິເຄາະເລືອດຢູ່ໂຮງໝໍນຳໃຊ້ປະກັນສຸຂະພາບ ໄດ້ຮັບຄໍາປຶກສາ, ກວດ, ປິ່ນປົ່ວພະຍາດດ້ວຍຄ່າໃຊ້ຈ່າຍໜ້ອຍທີ່ສຸດ. ໃນເມື່ອກ່ອນ, ເມື່ອກວດ ແລະປິ່ນປົວພະຍາດແຕ່ລະເທື່ອ, ອ້າຍ ເຕີມ ເສຍເວລາຫຼາຍໃຫ້ແກ່ການເຮັດລະບຽບການ, ແຕ່ດ້ວຍບັດປະກັນສຸຂະພາບ, ບັນຫາເຮັດລະບຽບການກໍ່ໄວ ແລະງ່າຍດາຍກວ່າເກົ່າ. ອ້າຍ ເຕີມ ແບ່ງປັນວ່າ: ຍ້ອນບໍ່ຖືກຈໍາກັດຮາກຖານກວດ ແລະປິ່ນປົວພະຍາດ, ສະນັ້ນ, ເມື່ອໄປປະຕິບັດງານ, ພັກປະຈໍາປີ... ພວກຂ້າພະເຈົ້າ ສາມາດກວດ ແລະປິ່ນປົວພະຍາດ, ປະຖົມພະຍາບານຢູ່ຮາກຖານການແພດບ່ອນໃກ້ທີ່ສຸດໄດ້”.

leftcenterrightdel
ນາຍ ແລະພົນທະຫານຮັບຢາເມື່ອກວດ ແລະປິ່ນປົວພະຍາດນຳໃຊ້ປະກັນສຸຂະພາບຢູ່ສຸກສາລາກອງພົນ 9. ພາບ: ຢຸຍຫຽນ-ຮຸ່ງຄວາ.

ຕາມທ່ານພັນຕີ ຫງວຽນຕ່າຍຮົ່ງ, ຫົວໜ້າສຸກສາລາກອງພົນ 9 ແລ້ວ, ເລື່ອງກວດ ແລະປິ່ນປົວພະຍາດນຳໃຊ້ປະກັນສຸຂະພາບ ໄດ້ສ້າງອໍານວຍຄວາມສະດວກໃຫ້ແກ່ການຍົກສູງກໍາລັງຄວາມສາມາດດ້ານວິຊາສະເພາະ, ປັບປຸງ, ຍົກລະດັບອຸປະກອນການແພດ ແລະພື້ນຖານວັດຖຸຂອງສຸກສາລາ, ເພື່ອຮັບໃຊ້ທະຫານ ແລະປະຊາຊົນໃຫ້ດີກວ່າເກົ່າ. ລະດັບຄວາມຮູ້ຂອງຖັນແຖວແພດໝໍກໍ່ໄດ້ຮັບການຍົກສູງຈາກການບົ່ງມະຕິພະຍາດ, ປິ່ນປົວພະຍາດໃຫ້ຄົນເຈັບ, ຕະຫຼອດຮອດການຄຸ້ມຄອງ, ນໍາໃຊ້ແຫຼ່ງເງິນຂອງປະກັນສຸຂະພາບ. ປີ 2017, ສຸກສາລາກອງພົນໄດ້ກວດ ແລະປິ່ນປົວພະຍາດໃຫ້ແກ່ນາຍ ແລະພົນທະຫານເກືອບ 11.000 ເທື່ອຄົນດ້ວຍປະກັນສຸຂະພາບ, ສະເພາະ, ໄຕມາດທີ I-2018, ມີນາຍ ແລະພົນທະຫານເກືອບ 850 ເທື່ອຄົນກວດ ແລະປິ່ນປົວພະຍາດດ້ວຍປະກັນສຸຂະພາບ ແລະເຂົາເຈົ້າລ້ວນແຕ່ຕີລາຄາສູງວຽກງານກວດ ແລະປິ່ນປົວພະຍາດຕາມປະກັນສຸຂະພາບຂອງສຸກສາລາ.

ຍູ້ແຮງການໂຄສະນາ, ແກ້ໄຂຂໍ້ຕິດຂັດ

ນະໂຍບາຍປະກັນສຸຂະພາບສໍາລັບພົນທະຫານມີຫຼາຍຈຸດດີ, ແຕ່ວິວັດການປະຕິບັດຢູ່ບັນດາກົມກອງຂຶ້ນກັບກອງພົນ 9 ໃນໄລຍະຜ່ານມາຍັງມີບາງຂໍ້ຕິດຂັດຄື: ເລື່ອງແຈ້ງບັນຊີວັນ, ເດືອນ, ປີເກີດ, ຊື່ຂອງນາຍ ແລະພົນທະຫານຈໍານວນໜຶ່ງຍັງຫຼົງຢູ່; ການຜັນຂະຫຍາຍປະກັນສຸຂະພາບສໍາລັບນັກຮົບຄົນໃໝ່ຍັງບໍ່ທັນການ; ຄ່າໃຊ້ຈ່າຍສົ່ງເສີມສຸຂະພາບເບື້ອງຕົ້ນ (10%) ຍັງມີຄວາມຈໍາກັດກ່ຽວກັບບັນຊີລາຍຊື່ຊື້ເຄື່ອງຂອງ, ລົງທຶນຢູ່, ສະນັ້ນໄດ້ສົ່ງຜົນສະທ້ອນເຖິງຄວາມຮຽກຮ້ອງສົ່ງເສີມສຸຂະພາບເບື້ອງຕົ້ນໃຫ້ແກ່ທະຫານ.

ເມື່ອແລກປ່ຽນກັບຜູ້ຕາງໜ້າບັນດາອົງການວິຊາສະເພາະ, ພວກຂ້າພະເຈົ້າ  ຮັບຮູ້ບາງຂໍ້ສະເໜີແນະຄື: ອົງການກ່ຽວຂ້ອງຄວນເອົາໃຈໃສ່ຫຼາຍກວ່າເຖິງເລື່ອງແນະນໍາລະບຽບການສະໜອງຢາ, ທາດເຄມີ, ວັດສະດຸການແພດ; ຍົກລະດັບຊອບແວສື່ສານກ່ຽວກັບປະກັນສຸຂະພາບໃນກອງທັບ... ກົມກອງກໍ່ສະເໜີທ້ອງຖິ່ນຄັດເລືອກທະຫານຄວນປະກອບບັດປະຈໍາຕົວສະບັບ ກອບປີ້ຂອງຊາວໜຸ່ມທີ່ໄດ້ຮັບເຂົ້າເປັນທະຫານເຂົ້າສໍາເນົາບຸກຄົນ ເພື່ອສ້າງຄວາມສະດວກໃຫ້ແກ່ບັນດາກົມກອງຮັບທະຫານເຮັດບັດປະກັນສຸຂະພາບໃຫ້ນັກຮົບຄົນໃໝ່ຢ່າງທັນການ.

ຕາມທ່ານພັນເອກພິເສດ ຫວໍເຟືອກຫວີ໊, ຮອງຫົວໜ້າການເມືອງກອງພົນ 9, ເພື່ອປະຕິບັດປະກັນສຸຂະພາບສໍາລັບນາຍ ແລະພົນທະຫານໃຫ້ບັນລຸປະສິດທິຜົນສູງ, ຄະນະພັກ, ຜູ້ບັນຊາການທຸກຂັ້ນຄວນຍູ້ແຮງການໂຄສະນາ, ສຶກສາອົບຮົມຍົກສູງຄວາມຮູ້ ເພື່ອໃຫ້ນາຍ ແລະພົນທະຫານທຸກຄົນເຂົ້າໃຈຄວາມໝາຍ, ສິດຜົນປະໂຫຍດ ແລະພາລະໜ້າທີ່ຢ່າງຖືກຕ້ອງ, ຄົບຖ້ວນເພື່ອປະຕິບັດນະໂຍບາຍປະກັນສຸຂະພາບເປັນຢ່າງດີ, ພ້ອມກັນນັ້ນ, ນາຍ ແລະພົນທະຫານຄວນພິຈາລະນາຄັດເລືອກສະຖານທີ່ຈົດທະບຽນກວດ ແລະປິ່ນປົວພະຍາດເບື້ອງຕົ້ນໃຫ້ເໝາະສົມ. ສຳລັບນາຍ ແລະພົນທະຫານປະຕິບັດງານເປັນປະຈຳຢູ່ກົມກອງຄວນຈົດທະບຽນກວດ ແລະປິ່ນປົວພະຍາດເບື້ອງຕົ້ນຢູ່ຮາກຖານເສນາຮັກຂອງກົມກອງທີ່ມີເງື່ອນໄຂກວດ ແລະປິ່ນປົວພະຍາດປະກັນສຸຂະພາບຢ່າງຄົບຖ້ວນ.

 

ແປໂດຍ: ທູຈາງ