ເພື່ອປະຕິບັດການອອກບັດ ແລະແຈກຢາຍບັດປະກັນສຸຂະພາບໃຫ້ນາຍ ແລະພົນທະຫານເປັນຢ່າງດີນັ້ນຄວນສົມທົບກັນລະຫວ່າງກົມກອງທຸກຂັ້ນກັບອົງການປະກັນສັງຄົມກະຊວງປ້ອງກັນປະເທດ.

leftcenterrightdel
ພະນັກງານຫ້ອງເຕັກໂນໂລຢີຂໍ້ມູນຂ່າວສານ-ສໍາເນົາເອກະສານ/ອົງການປະກັນສັງຄົມກະຊວງປ້ອງກັນປະເທດ ດໍາເນີນການພິມ ແລະອອກບັດປະກັນສຸຂະພາບໃຫ້ແກ່ບັນດາກົມກອງ. ພາບ: bhxhbqp.vn.

ທ່ານ ເລວັນຮືງ ປະຕິບັດງານຢູ່ທະຫານເຂດ 1 ຖາມວ່າ: ຂັ້ນຕອນລະບຽບການອອກບັດປະກັນສຸຂະພາບສໍາລັບນາຍ ແລະພົນທະຫານໄດ້ກໍານົດໄວ້ຄືແນວໃດ?

ຕອບ: ຂໍ້ 3  ມາດຕາ 4 ໃນແຈ້ງການຮ່ວມເລກທີ 85/2016/TTLT-BQP-BYT-BTC ລະຫວ່າງກະຊວງປ້ອງກັນປະເທດ-ກະຊວງສາທາລະນະສຸກ-ກະຊວງການເງິນ, ໄດ້ກໍານົດຂັ້ນຕອນ, ລະບຽບການອອກບັດປະກັນສຸຂະພາບສໍາລັບນາຍ ແລະພົນທະຫານດັ່ງນີ້:

- ໄຕມາດທີ IV ແຕ່ລະປີ, ບຸກຄົນທີ່ເຂົ້າຮ່ວມປະກັນສຸຂະພາບຄັ້ງທໍາອິດໄດ້ຂຽນໃບສະໜັກ ຫຼື ໃບແຈ້ງການປ່ຽນແປງຂໍ້ມູນເຂົ້າຮ່ວມປະກັນສັງຄົມ, ປະກັນສຸຂະພາບ, ສົ່ງໃຫ້ກົມກອງຄຸ້ມຄອງໂດຍກົງ.

- ໃນເວລາ 5 ວັນເຮັດວຽກ (ນັບແຕ່ເມື່ອໄດ້ຮັບໃບສະໜັກຖືກຕ້ອງຕາມລະບຽບ), ກົມກອງຄຸ້ມຄອງໂດຍກົງກວດກາລັກສະນະຖືກຕ້ອງຕາມກົດໝາຍ, ຊັດເຈນ ເພື່ອສັງລວມ, ສ້າງບັນຊີລາຍຊື່ສະເໜີອອກບັດປະກັນສຸຂະພາບ, ສົ່ງໃຫ້ກົມກອງຂັ້ນເທິງຈົນເຖິງຂັ້ນກອງພັນໃຫຍ່ (ທຽບເທົ່າ).

- ໃນເວລາ 5 ວັນເຮັດວຽກ (ນັບແຕ່ເມື່ອໄດ້ຮັບສຳເນົາເອກະສານກໍານົດຢ່າງຄົບຖ້ວນ), ກົມກອງຂັ້ນກອງພົນ (ທຽບເທົ່າ) ສັງລວມ, ສົ່ງໃຫ້ອົງການປະກັນສັງຄົມກະຊວງປ້ອງກັນປະເທດ.

- ໃນເວລາ 10 ວັນເຮັດວຽກ (ນັບແຕ່ເມື່ອຮັບສຳເນົາເອກະສານກໍານົດຢ່າງຄົບຖ້ວນ), ອົງການປະກັນສັງຄົມກະຊວງປ້ອງກັນປະເທດຕ້ອງອອກບັດປະກັນສຸຂະພາບ ແລະສົ່ງໃຫ້ກົມກອງ.

ທ່ານ ເລຊວນກວ໋າງ ປະຕິບັດງານຢູ່ກອງບັນຊາການເຂດ 2, ເຫຼົ່າທັບເຮືອ, ຖາມວ່າ: ການອອກບັດປະກັນສຸຂະພາບສໍາລັບນາຍ ແລະພົນທະຫານເມື່ອບໍ່ປະຕິບັດຕາມຂັ້ນຕອນການອອກບັດ, ໄດ້ກໍານົດໄວ້ຄືແນວໃດ?

ຕອບ: ຂໍ້ 4 ມາດຕາ 4 ໃນແຈ້ງການຮ່ວມເລກທີ 85/2016/TTLT-BQP-BYT-BTC ກໍານົດການອອກບັດປະກັນສຸຂະພາບຂອງນາຍ ແລະພົນທະຫານໃນບາງກໍລະນີດັ່ງນີ້:

- ກໍລະນີຈາກກົມກອງຍັງບໍ່ທັນປະຕິບັດປະກັນສຸຂະພາບເຖິງກົມກອງທີ່ພວມປະຕິບັດປະກັນສຸຂະພາບ: ພາຍຫຼັງເມື່ອຮັບເອົາ, ກົມກອງຈະແນະນໍາການແຈ້ງ, ສ້າງບັນຊີລາຍຊື່ສະເໜີອອກບັດປະກັນສຸຂະພາບ, ລາຍງານຕໍ່ກົມກອງຂັ້ນເທິງໂດຍກົງເຖິງກອງພົນ (ທຽບເທົ່າ) ສັງລວມ, ເພື່ອຍື່ນສະເໜີອົງການປະກັນສັງຄົມກະຊວງປ້ອງກັນປະເທດອອກບັດ. ບັດປະກັນສຸຂະພາບມີເວລາກຳນົດການນໍາໃຊ້ແຕ່ວັນທີ່ຕົກລົງຈັດສົ່ງ, ຍົກຍ້າຍທີ່ມີຜົນສັກສິດ.

- ກໍລະນີເຂົ້າຮ່ວມປະກັນສຸຂະພາບຂຶ້ນກັບກຸ່ມຕ່າງໆປ່ຽນໄປເປັນນາຍ ແລະພົນທະຫານ: ພາຍຫຼັງເມື່ອຮັບເອົາ, ກົມກອງແນະນໍາການແຈ້ງ, ສ້າງບັນຊີລາຍຊື່ສະເໜີອອກບັດປະກັນສຸຂະພາບ, ສົ່ງໃຫ້ກົມກອງຂັ້ນເທິງໂດຍກົງເຖິງກອງພົນ (ທຽບເທົ່າ) ສັງລວມເພື່ອສົ່ງໃຫ້ອົງການປະກັນສັງຄົມກະຊວງປ້ອງກັນປະເທດ (ມີບັດປະກັນສຸຂະພາບທີ່ອອກໃຫ້ຕິດຂັດມາພ້ອມ). ບັດປະກັນສຸຂະພາບໃໝ່ມີກຳນົດເວລານໍາໃຊ້ແຕ່ວັນທີ່ຕົກລົງຮັບສະໝັກ, ຍົກຍ້າຍທີ່ມີຜົນສັກສິດ.

ສົນໃຈຕິດຕໍ່ສອບຖາມໄດ້ທີ່: ພະແນກບັນນາທິການວຽກງານພັກ-ວຽກງານການເມືອງ, ໜັງສືພິມກອງທັບປະຊາຊົນຫວຽດນາມ, ເຮືອນເລກທີ 7, ຖະໜົນ ຟານດິ່ງຟຸ່ງ, ຮ່າໂນ້ຍ; ໂທລະສັບ: 069.696.514; 024.37478610; ອິແມວ: chinhtriqdnd@yahoo.com.vn.

 

ແປໂດຍ: ຫງວຽນກຸກ