ສະຫາຍ ເຈິ່ນວັນໄບ, ປະຕິບັດງານຢູ່ເຫຼົ່າຮົບສື່ສານຖາມວ່າ, ນາຍ ແລະພົນທະຫານ, ຜູ້ເຮັດວຽກງານກົດລັບເຂົ້າຮ່ວມການປະກັນສຸຂະພາບລວມມີເປົ້າໝາຍໃດແດ່ ?

ຕອບ: ມາດຕາ 2, ແຈ້ງການຮ່ວມເລກທີ 85/2016/TTLT-BQP-BYT-BTC  ລົງວັນທີ 20 ມິຖຸນາ 2016 ຂອງລະຫວ່າງກະຊວງປ້ອງກັນປະເທດ-ກະຊວງສາທາລະນະສຸກ-ກະຊວງການເງິນ, ແນະນໍາການປະຕິບັດປະກັນສຸຂະພາບສໍາລັບນາຍ ແລະພົນທະຫານ ແລະຜູ້ເຮັດວຽກງານກົດລັບເຂົ້າຮ່ວມປະກັນສຸຂະພາບ, ລວມມີ:

- ນາຍ ແລະພົນທະຫານ, ນາຍສິບ, ນັກຮົບກໍາລັງປະຕິບັດງານໃນກອງທັບ.

- ຜູ້ເຮັດວຽກງານກົດລັບທີ່ມີເງິນເດືອນກິນຄືກັນກັບນາຍ ແລະພົນທະຫານທີ່ກໍາລັງປະຕິບັດງານຢູ່ພະແນກກົດລັບລັດຖະບານ.

- ຜູ້ເຮັດວຽກງານກົດລັບທີ່ມີເງິນເດືອນກິນຄືກັນກັບນາຍ ແລະພົນທະຫານທີ່ກໍາລັງປະຕິບັດງານຢູ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ມີການນໍາໃຊ້ກົດລັບ.

ນັກຮຽນການທະຫານຂະແໜງກົດລັບໄດ້ຮັບເງິນໃຊ້ຈ່າຍໃນການດຳເນີນຊີວິດຈາກງົບປະມານລັດ ຕາມລະບອບ, ນະໂຍບາຍຄືກັນກັບນັກຮຽນການທະຫານ.

leftcenterrightdel
ພະນັກງານກອງທັບກໍາລັງປະຕິບັດງານ ແລະກິນບໍານານມາກວດພະຍາດຢູ່ໂຮງໝໍສູນກາງກອງທັບ 108. ພາບ: ຕ໋ຽນດາດ.

ສະຫາຍ ຫງວຽນກ໋ຽນທ໋ຽດ, ຢູ່ກົມກອງຕູ້ໄປສະນີ 4NK-4267, ຖາມວ່າ: ນັກຮົບເຂົ້າເປັນທະຫານ  ເດືອນມີນາ 2018 ສາມາດເຂົ້າຮ່ວມການປະກັນສຸຂະພາບ ໄດ້ບໍ່? ອົງການໃດທີ່ມີສິດອໍານາດອອກບັດປະກັນສຸຂະພາບ ?

ຕອບ: ຕາມຂໍ້ກຳນົດຢູ່ມາດຕາ 2, ໃນແຈ້ງການຮ່ວມເລກທີ 85/2016/TTLT-BQP-BYT-BTC, ເຊິ່ງນາຍ ແລະພົນທະຫານ ແມ່ນເປົ້າໝາຍເຂົ້າຮ່ວມການປະກັນສຸຂະພາບ. ພ້ອມກັນນັ້ນ, ຕາມການກໍານົດຢູ່ຂໍ້ຕົກລົງເລກທີ 5162/QĐ-BQP  ລົງວັນທີ 12 ທັນວາ 2016 ຂອງລັດຖະມົນຕີກະຊວງປ້ອງກັນປະເທດ, ແຕ່ປີ 2018, 100% ນາຍ ແລະພົນທະຫານທີ່ກໍາລັງປະຕິບັດງານໃນກອງທັບແມ່ນໃຫ້ເຂົ້າຮ່ວມການປະກັນສຸຂະພາບ, ສະນັ້ນ, ນັກຮົບໃໝ່ເຂົ້າເປັນທະຫານໃນເດືອນ ມີນາ 2018 ກໍ່ນອນໃນເປົ້າໝາຍເຂົ້າຮ່ວມການປະກັນສຸຂະພາບ.

ຂັ້ນຕອນລະບຽບການອອກບັດປະກັນສຸຂະພາບສໍາລັບນາຍ ແລະພົນທະຫານ ເຊິ່ງໄດ້ກໍານົດໄວ້ຢູ່ຂໍ້ 3, ມາດຕາ 4 ຂອງແຈ້ງການຮ່ວມເລກທີ 85/2016/TTLT-BQP-BYT-BTC. ຕາມນັ້ນແລ້ວ, ອົງການປະກັນສັງຄົມກະຊວງປ້ອງກັນປະເທດ ມີຄວາມຮັບຜິດຊອບອອກບັດປະກັນສຸຂະພາບ ແລະສົ່ງເຖິງກົມກອງໃຫ້ຜູ້ເຂົ້າຮ່ວມປະກັນສຸຂະພາບ.

ທ່ານ ກ່ຽວດຶກຕ໋ວນ, ອາໄສຢູ່ຕາແສງ ແທງເລືອງ, ເມືອງ ວິ້ງບ໊າວ, ນະຄອນ ຫາຍຟອງ ຖາມວ່າ, ຜົວເມຍຂ້າພະເຈົ້າແມ່ນຊາວກະສິກອນ, ຍັງບໍ່ທັນເຂົ້າຮ່ວມປະກັນສຸຂະພາບເທື່ອ. ຂ້າພະເຈົ້າມີລູກຊາຍທີ່ຫາກໍ່ເຂົ້າເປັນທະຫານໃນຕົ້ນເດືອນ ມີນາ 2018. ສະນັ້ນ, ຜົວເມຍຂ້າພະເຈົ້າ ໄດ້ຮັບການຮັບປະກັນສຸຂະພາບຕາມລະບອບທີ່ໄດ້ກໍານົດສໍາລັບລູກຊາຍກໍາລັງປະຕິບັດງານໃນກອງທັບບໍ່? ໄລຍະເວລານໍາໃຊ້ບັດປະກັນສຸຂະພາບແມ່ນຈັກເດືອນ?

ຕອບ: ຕາມຂໍ້ກໍານົດຢູ່ຈຸດ c,  ຂໍ້ 3, ມາດຕາ 1, ແຈ້ງການຮ່ວມເລກທີ 49/2016/TTLT-BQP-BYT-BTC  ລົງວັນທີ 14 ເມສາ 2016 ຂອງລະຫວ່າງກະຊວງປ້ອງກັນປະເທດ-ກະຊວງສາທາລະນະສຸກ-ກະຊວງການເງິນແນະນໍາການປະຕິບັດປະກັນສຸຂະພາບສໍາລັບລັດຖະກອນ, ພາລະກອນ, ນັກຮຽນ, ນັກສຶກສາ... ກໍາລັງປະຕິບັດງານ, ເຮັດວຽກໃນກະຊວງປ້ອງກັນປະເທດ... ສະນັ້ນ, ທ່ານໄດ້ຮັບລະບອບປະກັນສຸຂະພາບຍາດຕິພີ່ນ້ອງນາຍ ແລະພົນທະຫານ.

ຕາມຂໍ້ກໍານົດຢູ່ ຈຸດ đ, ຂໍ້ 2, ມາດຕາ 7, ແຈ້ງການຮ່ວມສະບັບເລກທີ 49/2016/TTLT-BQP-BYT-BTC:  ໄລຍະເວລານໍາໃຊ້ບັດປະກັນສຸຂະພາບຂອງທ່ານແມ່ນເທົ່າກັບໄລຍະເວລາປະຕິບັດງານໃນກອງທັບຂອງລູກຊາຍທ່ານທີ່ປະຕິບັດກົດໝາຍວ່າດ້ວຍພັນທະປ້ອງກັນຊາດ.

ສົນໃຈຕິດຕໍ່ສອບຖາມໄດ້ທີ່: ພະແນກບັນນາທິການວຽກງານພັກ-ວຽກງານການເມືອງ, ໜັງສືພິມກອງທັບປະຊາຊົນຫວຽດນາມ, ເຮືອນເລກທີ 7, ຖະໜົນ ຟານດິ່ງຟຸ່ງ, ຮ່າໂນ້ຍ; ໂທລະສັບ: 069.696.514; 024.37478610; ອີເມວ: chinhtriqdnd@yahoo.com.vn.

 

ແປໂດຍ: ຮວ່າງເຈື່ອງ