ຕອນບ່າຍວັນທີ 29 ກັນຍາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະສັງສັນກັບຄະນະພະນັກງານສູນກາງສະມາຄົມຜູ້ອາຍຸສູງ ຫວຽດນາມ ແລະຜູ້ອາຍຸສູງດີເດັ່ນນະຄອນຫຼວງ ຮ່າໂນ້ຍ 30 ຄົນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຜູ້ອາຍຸສູງສາກົນ ວັນທີ 1 ຕຸລາ ແລະເດືອນກະທໍາເພື່ອຜູ້ອາຍຸສູງຫວຽດນາມ ປີ 2017.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖ່າຍຮູບເປັນທີ່ລະນຶກກັບບັນດາຜູ້ແທນອາຍຸສູງ. ພາບ: TTXVN

ກ່າວຄໍາເຫັນທີ່ການພົບປະສັງສັນ, ຕາງໜ້າການນໍາພັກ, ລັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສົ່ງຄໍາຢື້ຢາມຖາມຂ່າວເຖິງຜູ້ອາຍຸສູງໃນທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ໃນການຕໍ່ຕ້ານກໍ່ຄືໃນສັນຕິພາບ, ຜູ້ອາຍຸສູງຍາມໃດກໍ່ປະກອບສ່ວນອັນໃຫຍ່ຫຼວງ, ເປັນເສົາຄໍ້າໃນແຕ່ລະຄອບຄົວ. ວັດທະນະທໍາເຄົາລົບນັບຖືຜູ້ເຖົ້າຮັກແພງເດັກນ້ອຍ, ເຄົາລົບນັບຖືຄູອາຈານ, ຫຼັກທຳ ແມ່ນມູນເຊື້ອອັນດີງາມຂອງຊົນຊາດຫວຽດນາມ ເຊິ່ງໄດ້ຮັບການຮັກສາຈາກຄົນຮຸ່ນນີ້ສູ່ຄົນຮຸ່ນອື່ນ.

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ລັດຖະບານ ໄດ້ມີການເຄື່ອນໄຫວ, ນະໂຍບາຍ, ຂໍ້ກໍານົດຫຼາຍຢ່າງ ເພື່ອນໍາກົດໝາຍວ່າດ້ວຍຜູ້ອາຍຸສູງເຂົ້າໃນຊີວິດການເປັນຢູ່, ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຂງແຮງຂອງລະບົບອົງການຈັດຕັ້ງສະມາຄົມຜູ້ອາຍຸສູງຈາກສູນກາງລົງສູ່ທ້ອງຖິ່ນດ້ວຍການເຄື່ອນໄຫວຟົດຟື້ນ, ມີປະສິດທິຜົນຫຼາຍຢ່າງ.

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ, ລັດຖະບານ ຈະສືບຕໍ່ຄົ້ນຄວ້າ, ມີບັນດານະໂຍບາຍສະຫວັດດີການ, ນະໂຍບາຍເສີມຂະຫຍາຍບັນດາບົດຮຽນອັນລໍ້າຄ່າຂອງຜູ້ອາຍຸສູງກວ່າອີກ. ທ່ານນາຍົກລັດຖະມົນຕີ ກໍ່ເນັ້ນໜັກເຖິງເລື່ອງປັບໄໝລົງໂທດບັນດາການກະທຳປະພຶດບໍ່ດີຕໍ່ຜູ້ອາຍຸສູງຢ່າງເຂັ້ມງວດຕາມຂໍ້ກໍານົດຂອງກົດໝາຍວ່າດ້ວຍຜູ້ອາຍຸສູງ. ທ່ານນາຍົກລັດຖະມົນຕີ ເຫັນດີຕໍ່ຄໍາສະເໜີເພີ່ມທະວີລະບອບສະຫວັດດີການສັງຄົມໃຫ້ແກ່ຜູ້ອາຍຸສູງກວ່າອີກ, ໂດຍສະເພາະແມ່ນບັນດາລະບອບລະບຽບການວັດທະນະທໍາຮັບໃຊ້ຊີວິດທາງດ້ານຈິດໃຈ, ການເຄື່ອນໄຫວກິລາໃຫ້ແກ່ຜູ້ອາຍຸສູງ.

 

ແປໂດຍ: ຮວ່າງເຈື່ອງ