ທີ່ການຕ້ອນຮັບ, ທ່ານ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງ, ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ໄດ້ລາຍງານບັນດາຈຸດພື້ນຖານກ່ຽວກັບສະພາບການ, ໝາກຜົນການເຄື່ອນໄຫວຂອງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນໃນການເຂົ້າຮ່ວມການພັດທະນາປະເທດລາວ ແລະໃນການສ້າງສາຄວາມສາມັກຄີ, ມິດຕະພາບທີ່ຍິ່ງໃຫຍ່ ຫວຽດນາມ-ລາວ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ ໄຊສົມພອນ ພົມວິຫານ ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຝູຈ້ອງ ໄດ້ຕີລາຄາສູງບັນດາການເຄື່ອນໄຫວຂອງແນວລາວສ້າງຊາດ. ແຈ້ງໃຫ້ຊາບກ່ຽວກັບໝາກຜົນ, ສະພາບການເຄື່ອນໄຫວຈໍານວນໜຶ່ງຂອງແນວໂຮມປະເທດຊາດຫວຽດນາມ ແລະແບ່ງປັນບົດຮຽນໃນການຊີ້ນໍາ, ນໍາພາແນວໂຮມປະເທດຊາດຫວຽດນາມເຄື່ອນໄຫວຢ່າງມີປະສິດທິຜົນ, ທ່ານ ຫງວຽນຝູຈ້ອງ ຊີ້ແຈ້ງເຖິງກົດເກນພັກນໍາພາ, ລັດຖະບານຈັດຕັ້ງປະຕິບັດ, ສະພາແຫ່ງຊາດຕິດຕາມກວດກາ, ແນວໂຮມປະເທດຊາດ ເສີມຂະຫຍາຍກໍາລັງແຮງທົ່ວປວງຊົນທັງຊາດ, ສ້າງແຫຼ່ງກໍາລັງແຮງອັນໃຫຍ່ຫຼວງໃຫ້ແກ່ທຸກໄຊຊະນະຂອງການປະຕິວັດ. ທ່ານ ຫງວຽນຝູຈ້ອງ ກໍ່ຊົມເຊີຍ, ຕີລາຄາສູງບົດບາດ ແລະໝາກຜົນຂອງການຮ່ວມມືລະຫວ່າງແນວລາວສ້າງຊາດ, ແນວໂຮມປະເທດຊາດຫວຽດນາມ ແລະບັນດາອົງການຈັດຕັ້ງມະຫາຊົນສອງປະເທດໃນການສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປະກອບສ່ວນສໍາຄັນເຂົ້າໃນການນໍາສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ. ທ່ານ ຫງວຽນຝູຈ້ອງ  ຫວັງວ່າແນວລາວສ້າງຊາດ, ແນວໂຮມປະເທດຊາດຫວຽດນາມ ແລະບັນດາອົງການຈັດຕັ້ງມະຫາຊົນການເມືອງ-ສັງຄົມ ຂອງສອງປະເທດຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະກັນເພື່ອພ້ອມກັນພັດທະນາ.

ໂດຍ: ຈາງຫງວຽນ