ທີ່ການເຮັດວຽກ, ທ່ານ ໂດ໊ກວາງຫ໋ຽນ, ປະທານສະພາບໍລິຫານ SHB ໄດ້ລາຍງານສະພາບການເຄື່ອນໄຫວຂອງ SHB ເວົ້າລວມ ແລະ SHB ລາວ ເວົ້າສະເພາະໃນປີຜ່ານມາ.

ທ່ານ ສອນໄຊ ສິດພະໄຊ ໄດ້ຮັບຮູ້ ແລະຕີລາຄາສູງບັນດາຜົນງານພ້ົນເດັ່ນເຊິ່ງ SHB ລາວ ບັນລຸໄດ້. ທະນາຄານໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ, ປະຕິບັດຖືກຕາມກົດໝາຍ ແລະຂໍ້ກໍານົດຂອງ ສປປ ລາວ. ໂດຍບໍ່ພຽງແຕ່ສຸມໃສ່ເຂົ້າໃນການເຄື່ອນໄຫວດໍາເນີນທຸລະກິດເທົ່ານັ້ນ, ຫາກ SHB ລາວ ຍັງຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມ ເພື່ອແນໃສ່ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈ ແລະປະກອບສ່ວນເຂົ້າໃນການພັດທະນາວັດທະນະທໍາສັງຄົມຂອງທ້ອງຖິ່ນ. ຜ່ານນັ້ນ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ ແລະເພີ່ມທະວີນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງປະເທດ.

leftcenterrightdel
ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ເຮັດວຽກກັບທະນາຄານ SHB. ພາບ: ເຢືອງຕື໋.

ໂດຍຕາງໜ້າໃຫ້ທະນາຄານ SHB, ທ່ານ ໂດ໊ກວາງຫ໋ຽນ ເນັ້ນໜັກວ່າ, ທະນາຄານໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ຮັກສາ ແລະເສີມຂະຫຍາຍວັດທະນະທໍາ, ມູນເຊື້ອສາມັກຄີ, ການປ່ຽນແປງໃໝ່, ສ້າງສັນ ແລະການເຊື່ອມໂຍງຂອງ SHB ເພື່ອສືບທອດບັນດາຜົນສໍາເລັດໃນໄລຍະຈະມາເຖິງ. SHB ຈະສືບຕໍ່ສະໜອງບັນດາຜະລິດຕະພັນການເງິນທະນາຄານໃຫ້ແກ່ລູກຄ້າສ່ວນບຸກຄົນ ແລະວິສາຫະກິດ. ພ້ອມກັນນັ້ນໃຫ້ຄໍາໝັ້ນສັນຍາວ່າຍາມໃດກໍ່ປະຕິບັດຖືກຕ້ອງຕາມກົດໝາຍ, ນະໂຍບາຍ, ຂໍ້ກໍານົດ ແລະການຊີ້ນຳຂອງລັດຖະບານ, ບັນດາກະຊວງ, ຂະແໜງການ ແລະທະນາຄານສູນກາງຂອງລາວ.

ໂດຍ: ທູຈາງ