ເລື່ອງຈັດຕັ້ງເຫດການສັບປະດາວັດທະນະທໍາລາວ ຢູ່ນະຄອນຮ່າໂນ້ຍ, ແຂວງເຊີນລາ, ແຂວງຫວີງຟຸກ (ປະເທດຫວຽດນາມ) ມີຄວາມໝາຍສໍາຄັນ, ປະກອບສ່ວນປັງປຸງ, ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ-ລາວ.

leftcenterrightdel
ລາຍການຟ້ອນຂອງຄະນະສິລະປະແຫ່ງຊາດລາວ ໃນພິທີໄຂສັບປະດາວັດທະນະທໍາລາວ ປີ 2018 ຢູ່ຫວຽດນາມ. ພາບ: bienphong.com.vn.

ໃນສັບປະດາວັດທະນະທໍາລາວ ປີ 2018 ຢູ່ຫວຽດນາມ ຈະດໍາເນີນບັນດາການເຄື່ອນໄຫວທີ່ເປັນເອກະລັກສະເພາະ, ການໂຄສະນາເຜີຍແຜ່ຮູບພາບປະເທດຊາດ, ວັດທະນະທໍາ, ຄົນລາວ. ຜ່ານເຫດການນີ້, ຜູ້ຊົມຫວຽດນາມມີກາລະໂອກາດເຂົ້າໃຈກວ່າກ່ຽວກັບພື້ນຖານວັດທະນະທໍາຂອງປະເທດລາວ ດ້ວຍບັນດາລາຍການສະແດງສິລະປະ, ຟ້ອນລໍາທຳເພງຂອງຄະນະສິລະປະແຫ່ງຊາດລາວ.

ຄາດຄະເນວ່າ, ຄະນະສິລະປະແຫ່ງຊາດລາວ ຈະມີລາຍການສະແດງສິລະປະຢູ່ແຂວງເຊີນລາ ໃນວັນທີ 21 ທັນວາ  ແລະຢູ່ແຂວງ ຫວີງຟຸກ ໃນວັນທີ 23 ທັນວາ.

ໂດຍ: ທູຈາງ