ເມື່ອດໍາເນີນພິທີການຖະຫວາຍທູບທຽນ,  ດອກໄມ້ຢູ່ເຂດສຸສານເລຂາທິການໃຫຍ່ ເຈີ່ນຝູ, ທ່ານ ກອງແກ້ວ ໄຊສົງຄາມ ພ້ອມດ້ວຍຄະນະປະຕິບັດງານສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງນັກຮົບກອມມູນິດ-ເລຂາທິການໃຫຍ່ຜູ້ທໍາອິດຂອງພັກກອມມູນິດຫວຽດນາມ.

leftcenterrightdel
ຄະນະປະຕິບັດງານແຂວງບໍລິຄໍາໄຊ ໄປຖະຫວາຍທູບທຽນຢູ່ເຂດສຸສານເລຂາທິການໃຫຍ່ ເຈີ່ນຝູ. ພາບ: baohatinh.vn.

ໃນຕອນເຊົ້າວັນດຽວກັນ, ທ່ານ ກອງແກ້ວ ໄຊສົງຄາມ ພ້ອມດ້ວຍຄະນະປະຕິບັດງານໄດ້ໄປທັດສະນະສຶກສາເຂດຊຸມຊົນທີ່ເປັນແບບຢ່າງບ້ານເຈົາໂນ້ຍ, ຕາແສງຕຸງແອ໊ງ (ເມືອງດຶກຖໍ້, ແຂວງຮ່າຕິ້ງ). ທ່ານ ກອງແກ້ວ ໄຊສົງຄາມ ສະແດງຄວາມນິຍົມຕໍ່ຄວາມສະຫງົບສຸກ, ຂຽວສະອາດ, ສວຍງາມຂອງເຂດບ້ານນາ; ຊີວິດການເປັນຢູ່ທັງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງ.

leftcenterrightdel
ຄະນະປະຕິບັດງານແຂວງບໍລິຄໍາໄຊ ໂອ້ລົມກັບພະນັກງານ, ປະຊາຊົນທ້ອງຖິ່ນຢູ່ເຂດຊຸມຊົນທີ່ເປັນແບບຢ່າງບ້ານເຈົາໂນ້ຍ (ແຂວງຮ່າຕິ້ງ). ພາບ: baohatinh.vn.

ທ່ານ ກອງແກ້ວ ໄຊສົງຄາມ ຖືວ່າ, ບັນດາໝາກຜົນນີ້ໄດ້ຫັນແນວທາງ, ແຜນນະໂຍບາຍຂອງພັກ, ລັດຖະບານຫວຽດນາມ ໃນການຜັນຂະຫຍາຍ, ການປະຕິບັດໂຄງການຄາດໝາຍແຫ່ງຊາດ ກ່ຽວກັບກໍ່ສ້າງຊົນນະບົດໃໝ່ເປັນລະອຽດ. ນີ້ກໍ່ແມ່ນບົດຮຽນອັນລໍ້າຄ່າເພື່ອໃຫ້ອໍານາດການປົກຄອງ, ປະຊາຊົນແຂວງບໍລິຄໍາໄຊ ຮໍ່າຮຽນ, ຜັນຂະຫຍາຍໃນໄລຍະຈະມາເຖິງ.

ໂດຍ: ທູຈາງ