ໂຮງຮຽນບໍາລຸງສ້າງນັກສໍາມະນາກອນລາວ, ກໍາປູເຈຍ

ເພື່ອຕອບສະໜອງຄວາມຕ້ອງການບໍາລຸງສ້າງພະນັກງານການທະຫານຂອງປະເທດເພື່ອນມິດ, ເດືອນເມສາ 1962, ວິທະຍາຄານການເມືອງໄດ້ເປີດຊຸດບໍາລຸງສ້າງທິດສະດີການເມືອງ ແລະວຽກງານການເມືອງຊ່ວຍໃຫ້ກອງທັບປະເທດລາວ. ນີ້ແມ່ນຊຸດຮຽນທີ່ເປີດສາກໃຫ້ການປະຕິບັດໜ້າທີ່ສາກົນໃນການສຶກສາບໍາລຸງສ້າງຂອງວິທະຍາຄານ.

ທ່ານພົນຈັດຕະວາ ຫງວຽນກວາງຟາດ, ຮອງຫົວໜ້າການເມືອງວິທະຍາຄານການເມືອງຢືນຢັນວ່າ: “ວຽກງານບໍາລຸງສ້າງນັກສໍາມະນາກອນສາກົນໄດ້ຮັບການຖືເປັນສໍາຄັນຈາກວິທະຍາຄານ, ສະນັ້ນ, ຄຸນນະພາບການບໍາລຸງສ້າງຈຶ່ງນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ນັກສໍາມະນາກອນຮັບເອົາບັນດາເນື້ອໃນການຮຽນເປັນຢ່າງດີພໍສົມຄວນ, ເປັນເຈົ້າການຄົ້ນຄວ້າ, ກໍາແໜ້ນບັນດາຄວາມຮູ້ຢູ່ໂຮງຮຽນ. ຕາມການຕີລາຄາຈາກປະເທດເພື່ອນມິດແລ້ວ, ພະນັກງານ, ນາຍທະຫານເມື່ອກັບຄືນປະເທດລ້ວນແຕ່ຮັບຜິດຊອບໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ. ມີນັກສໍາມະນາກອນຫຼາຍຄົນພັດທະນາທີ່ດີ, ກາຍເປັນພະນັກງານຫຼັກແຫຼ່ງໃນກອງທັບ”.

leftcenterrightdel
ຊົ່ວໂມງຮຽນຂອງບັນດານັກສໍາມະນາກອນກອງທັບປະຊາຊົນລາວ ຢູ່ວິທະຍາຄານການເມືອງ. ພາບ: ຫວູຢຸຍ.

ພາຍຫຼັງ 50 ກວ່າປີ, ວິທະຍາຄານການເມືອງໄດ້ບໍາລຸງສ້າງໃຫ້ນັກສໍາມະນາກອນກອງທັບປະຊາຊົນລາວ 1.596 ຄົນ, ໃນນັ້ນສຸມໃສ່ເຂົ້າໃນການບໍາລຸງສ້າງພະນັກງານການເມືອງຂອງບັນດາເຫຼົ່າຮົບໄດ້ 20 ຊຸດຮຽນ, ບໍາລຸງສ້າງຄູອາຈານການເມືອງໄດ້ 19 ຊຸດຮຽນ. ວິທະຍາຄານກໍ່ບໍາລຸງສ້າງໃຫ້ນັກສໍາມະນາກອນລາດຊະວົງກໍາປູເຈຍໄດ້ 804 ຄົນ, ເຊິ່ງຮັບປະກັນຄຸນນະພາບເປັນຢ່າງດີ. ບັນດາໝາກຜົນນັ້ນໄດ້ປະກອບສ່ວນຢັ້ງຢືນອິດທິພົນຊື່ສຽງຂອງວິທະຍາຄານການເມືອງແມ່ນໜຶ່ງໃນບັນດາສະຖານທີ່ບໍາລຸງສ້າງທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງນັກສໍາມະນາກອນລາວແລະ ກໍາປູເຈຍ.

ນໍ້າໃຈທີ່ອົບອຸ່ນລະຫວ່າງຄູອາຈານ-ນັກສໍາມະນາກອນ-ເພື່ອນຮ່ວມກົມກອງ

ເພື່ອບັນລຸໄດ້ໝາກຜົນແຫ່ງການຮໍ່າຮຽນທີ່ດີນັ້ນ, ເຊິ່ງຮຽກຮ້ອງໃຫ້ທັງຄູອາຈານ ແລະນັກສໍາມະນາກອນລ້ວນແຕ່ມານະພະຍາຍາມໃນແຕ່ລະໜ່ວຍກິດ. ສໍາລັບນັກສໍາມະນາກອນສາກົນ, ນອກຈາກຫຼັກສູດບໍາລຸງສ້າງໂດຍພື້ນຖານຄືກັນກັບນັກສໍາມະນາກອນຂອງຫວຽດນາມ ແລ້ວ, ຫຼັກສູດການສອນ ກໍ່ມີຈຸດໃໝ່ຫຼາຍຢ່າງເພື່ອແນໃສ່ໃຫ້ເໝາະສົມກັບຈຸດພິເສດໃນສະພາບຕົວຈິງຂອງປະເທດເພື່ອນມິດ. ທ່ານພັນໂທ ມະໄລວັນ ປັນຍາສິດ, ນັກສໍາມະນາກອນການທະຫານລາວ, ເຊິ່ງແມ່ນຜູ້ທີ່ຮໍ່າຮຽນຢູ່ວິທະຍາຄານການເມືອງມາເປັນເວລາ 8 ປີໄດ້ແບ່ງປັນຄວາມໃນໃຈວ່າ: “ແຕ່ລະເທື່ອທີ່ໄປຮຽນຢູ່ຫວຽດນາມ, ຂ້າພະເຈົ້າພັດມີຄວາມຮູ້ສຶກຕື້ນຕັນໃຈ, ຄວາມຊົງຈໍາ, ສະເພາະມີແຕ່ອາລົມຈິດລະຫວ່າງຄູອາຈານ ແລະນັກສໍາມະນາກອນໃນເວລາໃດກໍ່ອົບອຸ່ນ. ນັບທັງພາຍຫຼັງກັບຄືນປະເທດກາຍເປັນຄູສອນຂອງວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ, ເມື່ອຂຶ້ນສອນ, ຂ້າພະເຈົ້າ ຍາມໃດກໍ່ຈົດຈໍາບັນດາຄໍາສັ່ງສອນຂອງຄູອາຈານຫວຽດນາມ ທີ່ໄດ້ສອນໃຫ້ຕົນເອງ  ແລະຖືນັ້ນແມ່ນແບບຢ່າງສຶກສາເພື່ອຮໍ່າຮຽນ”.

ທ່ານຮ້ອຍເອກ Kan Rotanak, ນັກສໍາມະນາກອນການທະຫານກໍາປູເຈຍ ແບ່ງປັນວ່າ: “ບັນດາຄູອາຈານຫວຽດນາມ ເປັນມິດທີ່ສຸດ, ໃຫ້ຄໍາບອກສອນພວກຂ້າພະເຈົ້າຢ່າງສຸດຈິດສຸດໃຈ. ໃນເບື້ອງຕົ້ນ, ຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການຮໍ່າຮຽນຍ້ອນຄວາມສາມາດເວົ້າພາສາຫວຽດນາມ ຍັງມີຄວາມຈໍາກັດ. ແຕ່ວ່າຜ່ານການພົບປະ, ໂອ້ລົມກັບຄູອາຈານ, ເພື່ອນມິດ, ຂ້າພະເຈົ້າຮູ້ສຶກມີຄວາມເຊື່ອໝັ້ນຕົນເອງ, ຮັບເອົາບັນດາຄວາມຮູ້ໄດ້ຫຼາຍຢ່າງກວ່າອີກ”.

ທ່ານພັນເອກພິເສດ ເລຮຸ່ງເກື່ອງ, ຫົວໜ້າການເມືອງລະບົບສາກົນ (ວິທະຍາຄານການເມືອງ) ໃຫ້ຮູ້ວ່າ: “ເພື່ອສ້າງນໍ້າໃຈສາມັກຄີສະໜິດຕິດພັນໃນກົມກອງ, ຄະນະພັກ, ຜູ້ບັນຊາການໃນລະບົບໄດ້ປະຕິບັດວຽກງານສຶກສາອົບຮົມດ້ານແນວຄິດເປັນປະຈໍາ, ສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ນັກສໍາມະນາກອນເຊື່ອມຕົວເຂົ້າກັບສະພາບແວດລ້ອມແຫ່ງການສຶກສາໃນກອງທັບ. ວຽກງານແນວຫຼັງຂອງກອງທັບໄດ້ດໍາເນີນຢ່າງຮອບຄອບຖີ່ຖ້ວນ, ແໜ້ນແຟ້ນ, ບັນດານັກສໍາມະນາກອນປະສົບກັບຄວາມຫຍຸ້ງຍາກຫຼືຄອບຄົວປະສົບກັບໄພທໍາມະຊາດລ້ວນແຕ່ໄດ້ເພື່ອນຮ່ວມກົມກອງແບ່ງປັນ, ຊ່ວຍເຫຼືອດ້ວຍບັນດາການກະທໍາທີ່ແທດຈິງ, ບັນດານັກສໍາມະນາກອນລາວ, ກໍາປູເຈຍ ລຸ້ນຕ່າງໆນັບມື້ນັບຮັກແພງ, ສະໜິດຕິດພັນກັບກົມກອງ, ຕັ້ງໜ້າ, ມີສະຕິຕື່ນຕົວໃນການຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຢູ່ຫວຽດນາມ”.

ໂດຍ: ທູຈາງ