ເຂົ້າຮ່ວມພິທີເຊັນສັນຍາ, ຝ່າຍລາວມີທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະການລົງທຶນ; ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່... ຝ່າຍຫວຽດນາມ ມີທ່ານນາງ ເຟືອງມິງເຫວ້ ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດລົງທຶນຫວຽດເຟືອງ; ທ່ານ ຫວູວັນຮວ່າ ທີ່ປຶກສາທູດເສດຖະກິດຫວຽດນາມ ຢູ່ ລາວ ພ້ອມດ້ວຍບັນດາພາລະກອນຂອງກຸ່ມບໍລິສັດລົງທຶນຫວຽດເຟືອງ ແລະຜູ້ຕາງໜ້າບັນດາອົງການສື່ມວນຊົນຫວຽດນາມ ຢູ່ ລາວ ເຂົ້າຮ່ວມຢ່າງພ້ອມພຽງ.

leftcenterrightdel
ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ ແລະທ່ານນາງ ເຟືອງມິງເຫວ້ ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດລົງທຶນຫວຽດເຟືອງ ທີ່ພິທີເຊັນສັນຍາ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີເຊັນສັນຍາ, ທ່ານນາງ ເຟືອງມິງເຫວ້ ໄດ້ຕາງໜ້າຄະນະນໍາກຸ່ມບໍລິສັດສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ການນໍາບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງລາວ ກໍຄື ການນໍາແຂວງເຊກອງ ກ່ຽວກັບການຊ່ວຍເຫຼືອອັນລໍ້າຄ່າທີ່ໄດ້ສະຫງວນໃຫ້ແກ່ VPG ໃນຕະຫຼອດໄລຍະ 10 ປີຜ່ານມາ ເພື່ອຊ່ວຍ VPG ຜ່ານຜ່າທຸກຄວາມຫຍຸ້ງຍາກ, ປະຕິບັດສໍາເລັດເນື້ອໃນຂໍ້ຕົກລົງສໍາຫຼວດແຮ່ທາດບົກຊິດ ທີ່ໄດ້ລົງນາມກັບລັດຖະບານລາວ; ຢືນຢັນວ່າການໜູນຊ່ວຍຢ່າງຈິງໃຈ ແລະໃຫຍ່ຫຼວງນັ້ນໄດ້ນໍາມາເຊິ່ງໝາກຜົນນັ້ນແມ່ນພິທີເຊັນສັນຍາຂຸດຄົ້ນ ແລະປຸງແຕ່ງແຮ່ບົກຊິດ ຢ່າງເປັນທາງການໃນມື້ນີ້.

ເນື່ອງໃນໂອກາດນີ້, ທ່ານນາງ ເຟືອງມິງເຫວ້ ກໍ່ສະແດງຄວາມປາດຖະໜາວ່າ VPG ຈະສືບຕໍ່ໄດ້ຮັບການລະດົມກໍາລັງໃຈ, ການຊ່ວຍເຫຼືອ ແລະອໍານວຍຄວາມສະດວກທຸກຢ່າງຈາກ ພັກ, ລັດຖະບານ ແລະປະຊາຊົນລາວ ເພື່ອໃຫ້ໂຄງການໄດ້ຮັບການຜັນຂະຫຍາຍປະຕິບັດສໍາເລັດ; ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າດ້ວຍຄວາມສາມາດ ແລະປະສົບການຂອງຕົນ, VPG ຕັດສິນໃຈພັດທະນາໂຄງການໃຫ້ສໍາເລັດເພື່ອປະກອບສ່ວນປະຕິບັດໂຄງການຮ່ວມມື-ພັດທະນາເສດຖະກິດ, ສັງຄົມຂອງສອງປະເທດຢ່າງມີໄຊ ກໍຄືເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ.

ຕາມການຄາດຄະເນຂອງ VPG, ເມື່ອນໍາເຂົ້າເຄື່ອນໄຫວໂຄງການດັ່ງກ່າວຈະສ້າງວຽກເຮັດງານທໍາໃຫ້ຊາວທ້ອງຖິ່ນນັບຫຼາຍພັນຄົນ, ພ້ອມທັງຊ່ວຍປະກອບເຂົ້າງົບປະມານຂອງແຂວງນັບຫຼາຍລ້ານໂດລາສະຫະລັດຕໍ່ປີ.

ໂດຍ: ຮວ່າງເຈື່ອງ