ທີ່ການຕ້ອນຮັບ, ທ່ານ ຮວິ່ງແກັກມ້າງ ໃຫ້ຮູ້ວ່າ, ໃນຊຸມປີຜ່ານມາ, ສະມາຄົມມິດຕະພາບຫວຽດນາມ-ລາວ ນະຄອນໂຮ່ຈິມິນ ໄດ້ຕັ້ງໜ້າຜັນຂະຫຍາຍຫຼາຍການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ-ສິລະປະ, ຈັດຕັ້ງການຊອກຮູ້ກ່ຽວກັບສາຍພົວພັນແບບພິເສດຫວຽດນາມ-ລາວ; ຈັດຕັ້ງບຸນປີໃໝ່ປະຈໍາຊາດ, ວັນຊາດແຫ່ງສປປ ລາວ; ຢ້ຽມຢາມ ແລະມອບຂອງຂວັນໃຫ້ອະດີດທະຫານອາສາສະໝັກຫວຽດນາມຢູ່ສປປ ລາວ; ຈັດຕັ້ງງານວາງສະແດງການພົວພັນທາງການທູດຫວຽດນາມ-ລາວ...

leftcenterrightdel
ທ່ານ ວິໄລວົງ ບຸດດາຄໍາ (ເບື້ອງຊ້າຍ) ມອບຂອງຂວັນທີ່ລະນຶກໃຫ້ທ່ານ ຮວິ່ງແກັກມ້າງ. ພາບ: ສໍານັກຂ່າວສານຫວຽດນາມ.

ຂອບໃຈການໜູນຊ່ວຍ, ຊ່ວຍເຫຼືອຂອງປະຊາຊົນຫວຽດນາມຕໍ່ປະຊາຊົນລາວ ໃນກິດຈະການພັດທະນາເສດຖະກິດ-ສັງຄົມ, ສ້າງສາ ແລະປົກປັກຮັກສາປະເທດຊາດ, ທ່ານ ວິໄລວົງ ບຸດດາຄໍາ ປາດຖະໜາວ່າສະມາຄົມມິດຕະພາບຫວຽດນາມ-ລາວ ນະຄອນໂຮ່ຈິມິນ ຈະສືບຕໍ່ໜູນຊ່ວຍ, ແບ່ງປັນບົດຮຽນກ່ຽວກັບການເຄື່ອນໄຫວຂອງສະມາຄົມມິດຕະພາບກັບສູນກາງສະມາຄົມມິດຕະພາບລາວ-ຫວຽດນາມ, ເພີ່ມທະວີການເຄື່ອນໄຫວຮ່ວມມືກວ່າອີກ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ “ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.

 

ໂດຍ: ຮວ່າງເຈື່ອງ