ໂອກາດນີ້ສະຫາຍພົນຈັດຕະວາ ສຸໄກ ພິມມະສານ ໄດ້ລາຍງານສະພາບການວຽກງານໂດຍຫຍໍ້ເປັນຕົ້ນການປັບປຸງກໍ່ສ້າງພື້ນຖານໂຄງລ່າງພັດທະນາກົມກອງ ແລະວຽກງານກອບກູ້ໄພພິບັດ ແລະອື່ນໆໃຫ້ຄະນະຜູ້ແທນດັ່ງກ່າວໄດ້ຮັບຊາບ, ຈາກນັ້ນສະຫາຍພັນເອກພິເສດ ບຸ້ຍຕະຕ່ວນ ໄດ້ຕາງໜ້າໃຫ້ຄະນະກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນມາຍັງສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ພ້ອມຄະນະທີ່ໃຫ້ການຕ້ອນຮັບພ້ອມທັງມອບເງິນຈໍານວນ 1 ຕື້ດົ້ງ (ສະກຸນເງິນຫວຽດນາມ) ໃຫ້ແກ່ກອງບັນຊາການທະຫານແຂວງຈໍາປາສັກ ເພື່ອສືບຕໍ່ນໍາໃຊ້ເຂົ້າໃນການກໍ່ສ້າງອາຄານເຮືອນນອນຂອງໂຮຽຮຽນການທະຫານທ້ອງຖິ່ນແຂວງຈຳປາສັກໃຫ້ສໍາເລັດຕາມແຜນການ, ເຊິ່ງສະແດງເຖິງການຮ່ວມມືຊ່ວຍເຫຼືອແບບພິເສດລະຫວ່າງສອງຊາດ, ສອງ ກອງທັບເວົ້າລວມ, ເວົ້າສະເພາະກໍຄືສອງກໍາລັງກອງບັນຊາການທະຫານ ແຂວງຈໍາປາສັກ ແລະກວາງຫງາຍທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແໜ້ນແຟ້ນຂຶ້ນກວ່າເກົ່າ. ໃນໂອກາດດັ່ງກ່າວຄະນະຜູ້ແທນກອງບັນຊາການທະຫານແຂວງກວາງຫງາຍ ຍັງໄດ້ລົງກວດກາເບິ່ງໂຄງການກໍ່ສ້າງອາຄານເຮືອນນອນຂອງໂຮຽຮຽນການທະຫານທ້ອງຖິ່ນແຂວງຈໍາປາສັກ ຕື່ມອີກ.

ໂດຍ: ຄຳພັດ ມີ່ງມູນ