ພັນເອກ ແທັງຫວຽດເທິນ ຫົວຫນ້າສິລະປະກອນທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ໄດ້ນຳພາຄະນະເຄື່ອນໄຫວຢ້ຽມຢາມ ແລະສະແດງສິລະປະມິດຕະພາບຢູ່ກອງພົນທີ 4 ໃນລະຫວ່າງວັນທີ 20-21 ກໍລະກົດ 2018, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກພັນເອກ ຄຳໄຂ ວິໄລເຄືອ ຫົວຫນ້າການເມືອງກອງພົນທີ 4  ພ້ອມຄະນະ. 

leftcenterrightdel
ຄະນະສິລະປະກອນທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ແລະສະແດງມິດຕະພາບຢູ່ກອງພົນທີ 4. ພາບ: kongthap.gov.la

ທຸກລາຍການສະແດງຂອງຄະນະສິລະປະທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ ຄັ້ງນີ້ໄດ້ສ້າງບັນຍາກາດເບີກບານມ່ວນຊື່ນນອກຈາກເປັນການຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີແລ້ວຍັງເປັນການປະກອບສ່ວນປຸກລະດົມກຳລັງໃຈນາຍ ແລະພົນທະຫານກໍຄືປະຊາຊົນລາວບັນດາເຜົ່າ, ພ້ອມນີ້ກໍຍັງເປັນການໂຄສະນາເຜີຍແຜ່ແລກປ່ຽນສິລະປະ-ວັດທະນາທຳທີ່ສ່ອງແສງເຖິງມູນເຊື້ອແຫ່ງການພົວພັນມິດຕະພາບທີ່ດີ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງກອງທັບລາວ-ຫວຽດນາມ ເຊິ່ງສະແດງອອກແຫ່ງການຮ່ວມສຳພັນສູ້ຮົບ ແລະການຮ່ວມມືຮອບດ້ານທີ່ເປັນມໍລະດົກອັນລໍ້າຄ່າລະຫວ່າງສອງຊາດໃຫ້ພະນັກງານ-ນັກຣົບຮັບຮູ້ຢ່າງເລິກເຊິ່ງ,  ທັງເປັນການເພີ່ມພູນຄູນສ້າງມູນເຊື້ອເຫຼົ່ານັ້ນໃຫ້ຈະເລີນງອກງາມຢ່າງບໍ່ຢຸດຢັ້ງ.  ລາຍການສະແດງຂອງຄະນະສິລະປະກອນທະຫານເຂດ 2  ກອງທັບປະຊາຊົນຫວຽດນາມ ຄັ້ງນີ້ແມ່ນປະກອບມີ 7 ລາຍການສຳຄັນທີ່ສ່ອງແສງເຖິງມູນເຊື້ອ ແລະມິດຕະພາບທີ່ດີງາມລະຫວ່າງສອງພັກ, ສອງລັດເວົ້າລວມ, ເວົ້າສະເພາະລະຫວ່າງສອງກອງທັບລາວ-ຫວຽດນາມ ເຮັດໃຫ້ຜູ້ຊົມມີຄວາມຟົດຟື້ນມ່ວນຊື່ນ ແລະປະທັບໃຈໃນການສະແດງທຸກລາຍການ.

ແຫຼ່ງ: kongthap.gov.la