ນີ້ແມ່ນການເຄື່ອນໄຫວຢ່າງແທດຈິງ ເພື່ອແນໃສ່ສະເຫຼີມສະຫຼອງ 109 ປີແຫ່ງວັນຄ້າຍວັນເກີດຂອງປະທານ ສຸພານຸວົງ (13-7-1909/13-7-2018).

leftcenterrightdel
ບັນຍາກາດທີ່ພິທີມອບ-ຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ຮູບເງົາໄດ້ຮັບການຖ່າຍທຳໃນເດືອນ ເມສາ 2017, ລວມມີ 2 ພາກ, ຍາວ 60 ນາທີ, ໄດ້ວາດພາບເຖິງຊີວິດ, ພາລະກິດ ແລະຊີວິດການເຄື່ອນໄຫວຂອງປະທານ ສຸພານຸວົງ. ພິເສດແມ່ນການພົບປະປະຫວັດສາດ, ແມ່ນບາດລ້ຽວຂອງສະເດັດເຈົ້າ ສຸພານຸວົງ ກັບປະທານ ໂຮ່ຈິມິນ ໃນເດືອນ ກັນຍາ 1945, ກໍ່ຄື ການກອບກູ້ເອົາຊີວິດປະທານ ສຸພານຸວົງ ອອກຈາກຄຸກ ໂພນເຄັງ ໃນເດືອນ ກໍລະກົດ 1959... ຮູບເງົາໄດ້ຍົກໃຫ້ເຫັນສາຍພົວພັນຂອງປະທານ ສຸພານຸວົງ ກັບ ຫວຽດນາມ, ການປະກອບສ່ວນຂອງທ່ານກັບພາລະກິດປະຕິວັດຂອງສອງປະເທດ ຫວຽດນາມ-ລາວ. ໂດຍຮັບຮູ້ວ່າ, ຮູບເງົາຈະໄດ້ສົ່ງໃຫ້ສະຖານີໂທລະພາບແຫ່ງຊາດລາວ ເພື່ອສາຍກົງກັບໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ສຸພານຸວົງ.

ແປໂດຍ: ທູຮັ່ງ