ທີ່ພິທີ, ໂດຍໄດ້ຮັບການມອບສິດຈາກປະທານປະເທດ ສປປ.ລາວ, ທ່ານ ບຸນທອງ ດີວິໄຊ, ກຳມະການສູນກາງພັກ ປະຊາຊົນປະຕິວັດລາວ, ເລຂາພັກແຂວງ, ເຈົ້າແຂວງໆ ຈໍາປາສັກ ໄດ້ມອບຫຼຽນໄຊແຮງງານຊັ້ນ II ໃຫ້ກອງບັນຊາການທະຫານແຂວງ ກວາງຫງາຍ.

leftcenterrightdel
ພິທີມອບຫຼຽນໄຊແຮງງານຊັ້ນ II ຂອງສປປ. ລາວ ໃຫ້ກອງບັນຊາການທະຫານແຂວງ ກວາງ ຫງ໊າຍ. ພາບ: ແທ່ງລວນ.

ໃນຊຸມປີຜ່ານມາ, ກອງບັນຊາການທະຫານແຂວງ ກວາງຫງາຍ ໄດ້ເປັນເສນາທິການໃຫ້ຄະນະພັກແຂວງ, ສະພາປະຊາຊົນ ແລະຄະນະກໍາມະການປະຊາຊົນແຂວງໜູນຊ່ວຍປະເທດເພື່ອນມິດລາວໃນການກໍ່ສ້າງບັນດາກິດຈະກໍາມິດຕະພາບ. ແຕ່ລະປີ, ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງປະຊາຊົນລາວບັນດາເຜົ່າ, ກອງບັນຊາການທະຫານແຂວງ ກວາງຫງາຍ ກໍ່ໄດ້ຈັດສົ່ງຄະນະປະຕິບັດງານໄປມອບຂອງຂວັນ, ກວດ, ປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າດ້ວຍຄ່າໃຊ້ຈ່າຍກວ່າ 2 ຕື້ດົ່ງ. ພ້ອມທັງ, ສົມທົບກັບກອງບັນຊາການທະຫານບັນດາແຂວງພາກໃຕ້ລາວ ພົບປະແລກປ່ຽນ, ຖອດຖອນບົດຮຽນໃນວຽກງານຊີ້ນໍາ, ນໍາພາການສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ, ເປັນເສນາທິການ ແລະປະຕິບັດໜ້າທີ່ການທະຫານ, ປ້ອງກັນຊາດທ້ອງຖິ່ນ, ບົດຮຽນສ້າງເຂດປ້ອງກັນ...

ກ່າວຄໍາເຫັນທີ່ພິທີ, ທ່ານພັນເອກພິເສດ ຫງວຽນເຕິ໋ນເລິມ, ຜູ້ບັນຊາການກອງບັນຊາການທະຫານແຂວງ ກວາງຫງາຍ  ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ພັກ ແລະລັດລາວ ທີ່ໄດ້ມອບຫຼຽນໄຊແຮງງານຊັ້ນ II ໃຫ້ກອງບັນຊາການທະຫານແຂວງ. ພ້ອມທັງຢືນຢັນວ່າ, ໃນໄລຍະຈະມາເຖິງ, ກອງບັນຊາການທະຫານແຂວງ ຈະສືບຕໍ່ເປັນເສນາທິການໃຫ້ແກ່ຄະນະພັກ, ອຳນາດການປົກຄອງແຂວງ ກວາງຫງາຍ ໜູນຊ່ວຍການກໍ່ສ້າງກິດຈະກໍາມິດຕະພາບ, ສົມທົບ, ຊ່ວຍເຫຼືອກອງບັນຊາການທະຫານແຂວງ ຈໍາປາສັກ ໃນວຽກງານຕ່າງໆ.

 

ແປໂດຍ: ກວຽດເຕິມ