ພວກຂ້າພະເຈົ້າ ໄດ້ພົບເອື້ອຍ ເກທີ້ເທີນ ພາລູກມາກວດພະຍາດທີ່ສຸກສາລາທະຫານ ແລະປະຊາຊົນຕາແສງເຍີມ, ເມືອງ ອາເລື໋ອຍ. ເອື້ອຍ ເທີນ ໃຫ້ຮູ້ວ່າ: “ລູກຂອງຂ້າພະເຈົ້າເປັນໄຂ້ ແລະໄອ. ທ່ານໝໍໄດ້ກວດພະຍາດ, ແນະນໍາວິທີສົ່ງເສີມສຸຂະພາບ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ຫຼານ. ຂ້າພະເຈົ້າຮູ້ສຶກອຸ່ນອ່ຽນໃຈທີ່ສຸດ”. ກໍ່ຕາມເອື້ອຍ ເທີນ ແລ້ວ: ໃນເມື່ອກ່ອນ, ຄອບຄົບຂອງເອື້ອຍ ກໍ່ຄືພໍ່ແມ່ປະຊາຊົນຫຼາຍຄົນໃນບ້ານພຽງແຕ່ຈັດພິທີບູຊາໄຫວ້ວອນ “ຜີສາງນາງໄມ້” ເທົ່ານັ້ນ. ແຕ່ປັດຈຸບັນ, ເມື່ອເປັນໄຂ້, ພໍ່ແມ່ປະຊາຊົນລ້ວນແຕ່ໄປຫາສຸກສາລາທະຫານ ແລະປະຊາຊົນຕາແສງເຍີມ ເພື່ອໃຫ້ບັນດາທ່ານໝໍຢູ່ທີ່ນີ້ກວດພະຍາດໃຫ້.

ນັບແຕ່ເມື່ອມີສຸກສາລາທະຫານ ແລະປະຊາຊົນເຂດຊາຍແດນ, ວຽກງານປ້ອງກັນ, ຕ້ານໂລກພະຍາດ ແລະສົ່ງສີມສຸຂະພາບໃຫ້ແກ່ພໍ່ແມ່ປະຊາຊົນຢູ່ລຽບຕາມຊາຍແດນເມືອງ ອາເລື໋ອຍ ໄດ້ຮັບການປັບປຸງພໍສົມຄວນ. ທ່ານພັນຕີ, ທ່ານໝໍ ດັ້ງຮົ່ງມິງ, ຫົວໜ້າສຸກສາລາທະຫານ ແລະປະຊາຊົນຕາແສງເຍີມ ແບ່ງປັນວ່າ: “ໃນເມື່ອກ່ອນ, ຍ້ອນລະດັບຄວາມຮູ້ຂອງປະຊາຊົນຍັງຕໍ່າ, ສະນັ້ນເມື່ອເປັນພະຍາດ, ພໍ່ແມ່ປະຊາຊົນພຽງແຕ່ຮູ້ເດັດໃບໄມ້ປ່າ ຫຼື ເຊີນໝໍຜີມາບູຊາຂັບໄລ່ຜີສາງນາງໄມ້. ນີ້ແມ່ນສາຍເຫດໂດຍພື້ນຖານທີ່ພາໃຫ້ເກີດພະຍາດຕ່າງໆ. ພວກຂ້າພະເຈົ້າ ໄດ້ເປັນເຈົ້າການໃກ້ຊິດຕິດແທດກັບປະຊາຊົນ “ຮ່ວມກິນ, ຮ່ວມຢູ່, ຮ່ວມເຮັດວຽກ, ຮ່ວມເວົ້າພາສາຊົນເຜົ່າ” ຢູ່ທີ່ນີ້ເພື່ອຊອກຮູ້ກ່ຽວກັບຮີດຄອງປະເພນີ, ສ້າງຄວາມໄວ້ເນື່ອເຊື່ອໃຈ, ແລະອາລົມຈິດຢ່າງເລິກເຊິ່ງກັບພໍ່ແມ່ປະຊາຊົນ, ເສີມຂະຫຍາຍບົດບາດໃນວຽກງານສົ່ງເສີມສຸຂະພາບເບື້ອງຕົ້ນໃຫ້ແກ່ປະຊາຊົນ.

leftcenterrightdel
ແພດໝໍທະຫານຊາຍແດນແຂວງ ເທື່ອທຽນເຫວ້ ກວດພະຍາດໃຫ້ແກ່ພະນັກງານ ແລະປະຊາຊົນປະເທດເພື່ອນລາວ. ພາບ: ຫວໍຕ໋ຽນ

ພ້ອມກັບການຈັດຕັ້ງກວດພະຍາດ, ແຈກຢາຍຢຸກຢາທີ່ສຸກສາລາ, ບັນດາແພດໝໍຍັງລົງແຕ່ລະໝູ່ບ້ານເປັນປະຈຳ ເພື່ອກວດພະຍາດ, ແຈກຢາຍຢຸກຢາ; ແນະນໍາໃຫ້ພໍ່ແມ່ປະຊາຊົນວິທີປ້ອງກັນ ແລະຕ້ານໂລກພະຍາດ ແລະລົບລ້າງບັນດາຮີດຄອງປະເພນີທີ່ຫຼ້າຫຼັງເທື່ອລະກ້າວ... ຍ້ອນເຫດນັ້ນ, ຄວາມຮັບຮູ້ຂອງພໍ່ແມ່ປະຊາຊົນກໍ່ໄດ້ຮັບການຍົກສູງຂຶ້ນ.

ຢູ່ຕາມເສັ້ນຊາຍແດນໃນບໍລິເວນເມືອງ ອາເລື໋ອຍ ມີສຸກສາລາທະຫານ ແລະປະຊາຊົນ 5 ແຫ່ງ, ບໍ່ພຽງແຕ່ເປັນບ່ອນອີງທີ່ໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນໃນເມືອງເທົ່ານັ້ນ, ຫາກຍັງແມ່ນບ່ອນກວດ ແລະປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ແກ່ພະນັກງານ, ປະຊາຊົນບັນດາບ້ານຊາຍແດນຂອງປະເທດເພື່ອນລາວ ນັບຮ້ອຍເທື່ອຄົນອີກດ້ວຍ. ຮ້ອຍຕີ ແສງພະສິດ ຈັນທະວົງ, ພາລະກອນປ້ອມຕໍາຫຼວດດ່ານຊາຍແດນ ຕາວາງ ຂອງລາວ ແບ່ງປັນວ່າ: “ເມື່ອເກີດບັນຫາກ່ຽວກັບສຸຂະພາບ, ພວກຂ້າພະເຈົ້າ ກໍ່ໄປຫາສຸກສາລາທະຫານ ແລະປະຊາຊົນ ອາເດີດ. ບັນດາແພດໝໍຢູ່ທີ່ນີ້ໄດ້ຊ່ວຍພວກຂ້າພະເຈົ້າຢ່າງສຸດຈິດສຸດໃຈ. ພວກຂ້າພະເຈົ້າ ຂໍຂອບໃຈແພດໝໍທະຫານຫວຽດນາມ ຫຼາຍໆ”.

ທ່ານພັນເອກພິເສດ ຫງວຽນວັນຮ່ຽນ, ຫົວໜ້າກອງບັນຊາການທະຫານຊາຍແດນແຂວງ ເທື່ອທຽນເຫວ້ ໃຫ້ຮູ້ວ່າ: “ໃນໄລຍະຈະມາເຖິງ, ທະຫານຊາຍແດນແຂວງ ຈະສົມທົບກັບຂະແໜງການທີ່ກ່ຽວຂ້ອງພາຍໃນ ແລະນອກກອງທັບສືບຕໍ່ເພີ່ມທະວີຖັນແຖວພະນັກງານແພດໝໍ, ຊື້ໃໝ່ພະຫານະອຸປະກອນການແພດຕື່ມອີກ, ຍົກສູງຄຸນນະພາບໃນການກວດ ແລະປິ່ນປົວພະຍາດ, ກໍ່ສ້າງບັນດາສຸກສາລາທະຫານ ແລະປະຊາຊົນເຂດຊາຍແດນໃຫ້ກາຍເປັນສະຖານທີ່ທີ່ໄວ້ເນື້ອເຊື່ອໃຈສໍາລັບປະຊາຊົນເຂດຊາຍແດນ.”

 

ແປໂດຍ: ທູຈາງ