leftcenterrightdel
ສະຫາຍ ຄຳຕາ ໂຮ່ຊົງເລືອງ, ເລຂາພັກເມືອງ, ເຈົ້າເມືອງໆ ສະໝ້ວຍ ແລະສະຫາຍ ບາເລ ບຸນສະຫວ່າງ, ຫົວໜ້າຫ້ອງວ່າການປົກຄອງເມືອງ ສະໝ້ວຍ ຮັບເອົາເຂົ້າສານໂດຍປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ລາໄລ ມອບໃຫ້. ພາບ: ແທ່ງຟູ໋.

ໂດຍໄດ້ຮັບຂ່າວວ່າ, ປະຊາຊົນບ້ານ ອາຊີງ ຖືກໄຟໄໝ້, ຕອນເຊົ້າວັນທີ 4 ມິຖຸນາ, ປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ລາໄລ (ກອງບັນຊາການທະຫານຊາຍແດນແຂວງ ກວາງຈິ) ໄດ້ຫັກງົບປະມານຈາກຮ່ວງເພີ່ມພູນຜະລິດຜົນເພື່ອຊື້ເຂົ້າສານ 500 ກິໂລກຣາມ ໄປໜູນຊ່ວຍ 16 ຄອບຄົວທີ່ຖືກໄຟໄໝ້ຢ່າງທັນການ, ລວມມູນຄ່າທັງໝົດເກືອບ 7 ລ້ານດົ່ງ.

ຮັບເອົາເຂົ້າສານໂດຍປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ລາໄລ ມອບໃຫ້, ສະຫາຍ ຄຳຕາ ໂຮ່ຊົງເລືອງ, ເລຂາພັກເມືອງ, ເຈົ້າເມືອງໆ ສະໝ້ວຍ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ລາໄລ ດ້ວຍຄວາມຕື້ນຕັນໃຈ.

 

ແປໂດຍ: ຮວ່າງເຈື່ອງ