ບັນຫາຊາຍແດນ, ຜືນແຜ່ນດິນຍາມໃດພັກ, ລັດກໍ່ຖືເປັນສໍາຄັນ. ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກໍານົດວ່າ: “ເດັດດ່ຽວ, ຢຶດໝັ້ນຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ; ຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ”. ໂດຍປະຕິບັດຕາມມະຕິ ແລະສືບຕໍ່ເສີມຂະຫຍາຍຜົນງານຂອງຊຸມປີກ່ອນ, ວຽກງານຊາຍແດນ, ຜືນແຜ່ນດິນຂອງ ຫວຽດນາມ ບັນລຸໄດ້ໝາກຜົນພົ້ນເດັ່ນຫຼາຍຢ່າງ, ມຸ່ງໄປເຖິງເປົ້າໝາຍທີ່ຍາວນານແມ່ນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ, ປະກອບສ່ວນເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດແມ່ນສ້າງສາ  ແລະປົກປັກຮັກສາປະເທດຊາດ, ໃນນັ້ນມີວຽກງານປັກຫຼັກໝາຍຖີ່ ແລະບູລະນະລະບົບຫຼັກໝາຍຊາຍແດນ ຫວຽດນາມ - ລາວ.

ຫວຽດນາມ ແລະລາວ ມີເສັ້ນຊາຍແດນຮ່ວມດ້ວຍຄວາມຍາວກວ່າ 2.300 ກິໂລແມັດ, ຕິດຈອດກັນລະຫວ່າງ 10 ແຂວງຂອງ ຫວຽດນາມ (ດ້ຽນບຽນ, ເຊີນລາ, ແທງຮວ໋າ, ເງ້ອານ, ຮ່າຕີ້ງ, ກ້ວາງບິ່ງ, ກ້ວາງຈີ້, ເທື່ອທຽນ-ເຫວ້, ກ້ວາງນາມ, ກອນຕຸມ) ກັບ 10 ແຂວງຂອງ ລາວ (ຜົ້ງສາລີ, ຫຼວງພະບາງ, ຫົວພັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຊຽງຂວາງ, ເຊກອງ, ອັດຕະປື).  ໂດຍປະຕິບັດຕາມສົນທິສັນຍາຂີດເສັ້ນຊາຍແດນປີ 1977, ນັບແຕ່ປີ 1978 ຮອດປີ 1987, ຫວຽດນາມ ແລະ ລາວ ໄດ້ສົມທົບກັນປະຕິບັດສໍາເລັດການຂີດເສັ້ນຊາຍແດນໃນພູມີປະເທດຕົວຈິງ, ກໍ່ສ້າງຫຼັກໝາຍໄດ້ທັງໝົດ 214 ຫຼັກໝາຍ ຢູ່ 199 ທີ່ຕັ້ງຫຼັກໝາຍ. ເຖິງຢ່າງໃດກໍ່ຕາມ, ພາຍຫຼັງ 20 ປີ, ລະບົບຫຼັກໝາຍຊາຍແດນ ຫວຽດນາມ-ລາວ ໄດ້ເຜີຍອອກຂໍ້ຈໍາກັດຈໍານວນໜຶ່ງ, ບໍ່ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຂອງວຽກງານຄຸ້ມຄອງຊາຍແດນໃນສະພາບການໃໝ່. ຈາກພຶດຕິກໍາຕົວຈິງດັ່ງກ່າວ, ການນໍາຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບພ້ອມກັນສົມທົບກໍ່ສ້າງ ແລະເລີ່ມຜັນຂະຫຍາຍໂຄງການປັັກຫຼັກໝາຍຖີ່ ແລະບູລະນະລະບົບຫຼັກໝາຍຊາຍແດນ ຫວຽດນາມ - ລາວ ນັບແຕ່ປີ 2008.

leftcenterrightdel
ຫຼັກໝາຍຊາຍແດນ ຫວຽດນາມ - ລາວ ຢູ່ເສັ້ນຊາຍແດນເມືອງ ນາມຢາງ, ແຂວງ ກ້ວາງນາມ. ພາບ: dantri.com.vn

ໃນສະພາບຕົວຈິງ, ການຜັນຂະຫຍາຍວຽກງານປັກຫຼັກໝາຍຖີ່, ບູລະນະລະບົບຫຼັກໝາຍຊາຍແດນ ຫວຽດນາມ - ລາວ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເຂດຊາຍແດນ ຫວຽດນາມ - ລາວ ມີພູມີປະເທດທຸລະກັນດານ, ອາກາດຮ້າຍແຮງ, ຝົນຕົກ, ນໍ້າຖ້ວມຜິດປົກກະຕິ, ສະນັ້ນ, ການຂົນສົ່ງວັດຖຸອຸປະກອນຂຶ້ນເສັ້ນຊາຍແດນແມ່ນສິ່ງກີດຂວາງອັນໃຫຍ່ຫຼວງ. ສວ່ນຫຼາຍບັນດາບໍລິເວນຜັນຂະຫຍາຍວຽກງານປັກຫຼັກໝາຍແມ່ນເຂດຫ່າງໄກສອກຫຼີກ, ຍັງບໍ່ທັນມີທາງຄົມມະນາຄົມເທື່ອ, ພົນລະເມືອງໜ້ອຍ, ເສດຖະກິດ-ສັງຄົມພັດທະນາຊັກຊ້າ, ດັ່ງນັ້ນຍາກທີ່ຈະລະດົມພາຫະນະ, ອຸປະກອນເຕັກນິກ ແລະແຮງງານ. ລຽບຕາມເສັ້ນຊາຍແດນ, ໃນພື້ນດິນ, ຊ່ອງພູ, ພື້ນແມ່ນໍ້າຍັງມີລະເບີດ, ໝາກມິນ, ວັດຖຸລະເບີດຕົກຄ້າງຫຼາຍຫຼັງສົງຄາມ, ຊ້ອນແຝງໄພອັນຕະລາຍຂາດຄວາມປອດໄພສູງ. ຄຽງຂ້າງນັ້ນ, ບັນດາອິດທິກໍາລັງທີ່ເປັນປໍລະປັກຍັງມີບັນດາການເຄື່ອນໄຫວມ້າງເພທໍາລາຍ, ປຸກປັ່ນພໍ່ແມ່ປະຊາຊົນເຜົ່າສ່ວນນ້ອຍກີດກັ້ນການລົງມືກໍ່ສ້າງ, ສ້າງຫຼັກໝາຍ, ກໍາລັງພວກປຸ້ນຈີ້ມີການກະທໍາກໍ່ຜົນຮ້າຍໃຫ້ວຽກງານປົກປັກຮັກສາຫຼັກໝາຍ. ຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ແກ່ກໍາລັງປັກຫຼັກໝາຍເປັນປະຈໍາ.

ເມື່ອມີຄວາມຫຍຸ້ງຍາກຄືດັ່ງກ່າວ, ແຕ່ດ້ວຍຄວາມມະນະພະຍາຍາມ ແລະຄວາມຕັດສິນໃຈຂອງສອງປະເທດ. ມາຮອດປະຈຸບັນ, ວຽກງານປັກຫຼັກໝາຍຖີ່ ແລະບູລະນະລະບົບຫຼັກໝາຍຊາຍແດນ ຫວຽດນາມ - ລາວ ໄດ້ປະຕິບັດສໍາເລັດດ້ວຍ 1.002 ຫຼັກໝາຍ ແລະຂີດເສົາຫຼັກໝາຍຢູ່ 905 ທີ່ຕັ້ງ.  ທີ່ກອງປະຊຸມສະຫຼຸບວຽກງານປັກຫຼັກໝາຍຖີ່ ແລະບູລະນະລະບົບຫຼັກໝາຍຊາຍແດນ ຫວຽດນາມ - ລາວ ໄດ້ຈັດຕັ້ງຢູ່ ຮ່າໂນ້ຍ ທີ່ຜ່ານມາ, ທ່ານ ຫງວຽນລີງຫງອກ ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມໃຫ້ຮູ້ວ່າ, ວຽກງານປັກຫຼັກໝາຍຖີ່ ແລະບູລະນະລະບົບຫຼັກໝາຍຊາຍແດນ ຫວຽດນາມ - ລາວ ໄດ້ກໍານົດວ່າແມ່ນໜ້າທີ່ຈຸດສຸມ, ສະນັ້ນ, ກະຊວງໄດ້ເອົາໃຈໃສ່ຊີ້ນໍາ ແລະສ້າງເງື່ອນໄຂສະດວກເພື່ອໃຫ້ກໍາລັງຜັນຂະຫຍາຍປະຕິບັດໃຫ້້ສໍາເລັດໜ້າທີ່ເປັນຢ່າງດີ.

ຕາມນັ້ນແລ້ວ, ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມໄດ້ສົ່ງພະນັກງານເຕັກນິກ 50 ຄົນ ລົງໄປ  10 ກອງປັກຫຼັກໝາຍຂອງ 10 ແຂວງ ເພື່ອປະຕິບັດວຽກງານເຕັກນິກ, ກໍານົດທີ່ຕັ້ງປັກຫຼັກໝາຍຊາຍແດນໃນພູມີປະເທດຕົວຈິງ. ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຍັງຈັດຕັ້ງບັນດາຊຸດຝຶກອົບຮົມກ່ຽວກັບເຕັກນິກປັກຫຼັກໝາຍໃຫ້ພະນັກງານເຕັກນິກ, ຫົວໜ້າທີມ, ຮອງຫົວໜ້າທີມບັນດາທີມປັກຫຼັກໝາຍ ແລະພະນັກງານບັນດາແຂວງເຂົ້າຮ່ວມວຽກງານປັກຫຼັກໝາຍ. ວຽກງານຝຶກອົບຮົມໄດ້ຈັດຕັ້ງເປັນປະຈໍາປີເພື່ອແນໃສ່ຖອດຖອນບົດຮຽນ, ພ້ອມກັນນັ້ນເພີ່ມເຕີມຄວາມຮູ້ໃໝ່ໃຫ້ແກ່ກໍາລັງປັກຫຼັກໝາຍ. ທ່ານຮອງລັດຖະມົນຕີ ຫງວຽນລີງງອກ ເນັ້ນໜັກວ່າ: “ບັນດາພະນັກງານທີ່ໄດ້ຮັບການມອບໝາຍໜ້າທີ່ແມ່ນບັນດາຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ,  ໄດ້ຮັບການຝຶກອົບຮົມກ່ຽວກັບວິຊາສະເພາະ, ມີນ້ຳໃຈຮັບຜິດຊອບ, ໄດ້ຮັບການຝຶກອົບຮົມເປັນປະຈໍາ. ນັກວິຊາການດ້ານເຕັກນິກຊ່ວຍວຽກຄະນະຊີ້ນໍາແມ່ນບັນດາຜູ້ຊ່ຽວຊານທີ່ເກັ່ງກ້າ, ມີບົດຮຽນຫຼາຍໃນວຽກງານຊາຍແດນ. ໃນວິວັດແຫ່ງການປະຕິບັດໜ້າທີ່,  ເຖິງວ່າປະສົບກັບຄວາມຫຍຸ້ງຍາກລໍາບາກຫຼາຍຢ່າງກໍ່ຕາມ, ແຕ່ກໍາລັງພະນັກງານເຕັກນິກປະຕິບັດວຽກງານປັກຫຼັກໝາຍຖີ່ ແລະບູລະນະລະບົບຫຼັກໝາຍຊາຍແດນຍັງໄດ້ມານະພະຍາຍາມຜ່ານຜ່າ, ປະຕິບັດສໍາເລັດທຸກວຽກງານທີ່ໄດ້ຮັບມອບໝາຍ”.

ໃນຈໍານວນ 10 ແຂວງທີ່ມີເສັ້ນຊາຍແດນຮ່ວມກັບ ລາວ, ແຂວງ ດ້ຽນບຽນ ແມ່ນແຂວງມີເສັ້ນຊາຍແດນມີຄວາມຍາວ 360 km. ນອກຈາກນັ້ນ, ພູມີປະເທດຍັງຕັດແຍກ, ພົນລະເມືອງໜ້ອຍ, ຕົ້ນຕໍແມ່ນພໍ່ແມ່ປະຊາຊົນເຜົ່າສ່ວນນ້ອຍ, ການໄປມາກໍ່ຍາກທີ່ສຸດໃນທ່ົວເສັ້ນຊາຍແດນ ຫວຽດນາມ-ລາວ. ເຖິງຢ່າງໃດກໍ່ຕາມ, ວຽກງານປັກຫຼັກໝາຍໄດ້ຜັນຂະຫຍາຍຢ່າງຄົບຊຸດ, ສ້າງຄວາມເຫັນດີເຫັນພ້ອມຈາກທຸກຂັ້ນ, ທຸກຂະແໜງການ ແລະທ່ົວປວງຊົນ. ຕາມທ່ານ  ເລແທ່ງໂດ, ຮອງປະທານຄະນະກໍາມະການປະຊາຊົນແຂວງ ດ້ຽນບຽນ ແລ້ວ, ຄະນະຊີ້ນໍາປັກຫຼັກໝາຍຂອງແຂວງ ໄດ້ຫັນແຜນນະໂຍບາຍ, ຄຳແນະນໍາຂອງສູນກາງເປັນລະອຽດ ເພື່ອໃຫ້ເໝາະສົມກັບລັກສະນະ, ລະດັບຄວາມຮູ້ຂອງປະຊາຊົນເຂດຊາຍແດນ ຫວຽດນາມ-ລາວ;  ຈັດຕັ້ງການໂຄສະນາຢ່າງເລິກເຊິ່ງ, ກວ້າງຂວາງເຖິງພະນັກງານ, ສະມາຊິກພັກ, ປະຊາຊົນບັນດາຊົນເຜົ່າທັງໝົດ, ຍ້ອນແນວນັ້ນວຽກງານປັກຫຼັກໝາຍຍາມໃດກໍ່ໄດ້ຮັບການຊີ້ນຳ-ນຳພາຢ່າງໃກ້ຊິດຕິດແທດຈາກຄະນະພັກ, ອໍານາດການປົກຄອງຂັ້ນຕ່າງໆ, ການສົມທົບກັນຢ່າງແໜ້ນແຟ້ນຂອງບັນດາອົງການ, ຄະນະ, ຂະແໜງການຂອງແຂວງ ແລະບັນດາແຂວງຂຶ້ນກັບຝ່າຍເພື່ອນ ລາວ ທີ່ມີເສັ້ນຊາຍແດນຮ່ວມ. ທີ່ກອງປະຊຸມສະຫຼຸບວຽກງານປັກຫຼັກໝາຍຖີ່ ແລະບູລະນະລະບົບຫຼັກໝາຍຊາຍແດນ ຫວຽດນາມ-ລາວ, ທ່ານ ເລແທ່ງໂດ ກ່າວວ່າ: “ຄະນະຊີ້ນໍາປັກຫຼັກໝາຍແຂວງ ດ້ຽນບຽນ ໄດ້ເປັນເຈົ້າການສ້າງແຜນການ, ຈັດຕັ້ງບັນດາການສໍາຫຼວດ, ດຳເນີນກອງປະຊຸມສອງຝ່າຍ ກັບຄະນະຊີ້ນໍາປັກຫຼັກໝາຍແຂວງ ຜົງສາລີ ແລະແຂວງ ຫຼວງພະບາງ. ໃນບັນດາກອງປະຊຸມສອງຝ່າຍ, ສອງຝ່າຍໄດ້ຕົກລົງ, ເປັນເອກະພາບຕໍ່ບັນດາມາດຕະການເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງ, ເປັນເອກະພາບຕໍ່ກົນໄກດໍາເນີນງານ, ກົນໄກຮັບປະກັນຄວາມສະຫງົບເຂດຊາຍແດນ. ຮັບປະກັນຄວາມປອດໄພ ໃຫ້ທົ່ວກໍາລັງເຂົ້າຮ່ວມປັກຫຼັກໝາຍ”.

ເລື່ອງປະຕິບັດສໍາເລັດວຽກງານປັກຫຼັກໝາຍຖີ່ ແລະບູລະນະລະບົບຫຼັກໝາຍຊາຍແດນ ຫວຽດນາມ - ລາວ ມີຄວາມໝາຍຢ່າງແທດຈິງ ແລະໃຫຍ່ຫຼວງກ່ຽວກັບທຸກດ້ານ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງພັກ, ສອງລັດ, ປະຊາຊົນສອງປະເທດ ຫວຽດນາມ ແລະລາວ ເພື່ອເສັ້ນຊາຍແດນຮ່ວມລະຫວ່າງສອງປະເທດສັນຕິພາບ, ສະຖຽນລະພາບ, ຮ່ວມມືພ້ອມກັນພັດທະນາ.

ໃນພູມີປະເທດຕົວຈິງ, ເສັ້ນຊາຍແດນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງດ້ວຍລະບົບຫຼັກໝາຍຊາຍແດນແບບແຜນ, ທັນສະໄໝ, ຮັບປະກັນລັກສະນະຍືນຍົງຄົງຕົວ ແລະເປັນເອກະພາບໃນທົ່ວເສັ້ນຊາຍແດນ. ຜົນງານນີ້ໄດ້ປະກອບສ່ວນແກ້ໄຂບັນດາບັນຫາກ່ຽວກັບຊາຍແດນ, ຜືນແຜ່ນດິນລະຫວ່າງສອງປະເທດ, ສ້າງພື້ນຖານເພື່ອໃຫ້ບັນດາຂະແໜງການກ່ຽວຂ້ອງດໍາເນີນການຄຸ້ມຄອງຊາຍແດນ ຢ່າງມີປະສິດທິຜົນ, ສະກັດກັ້ນປະກົດການປູກພືດແບບບຸກລຸກ, ຍ້ອນຂາດຄວາມເຂົ້າໃຈກ່ຽວກັບເສັ້ນຊາຍແດນ; ເປີດກາລະໂອກາດໃໝ່ໃຫ້ພາລະກິດພັດທະນາຂອງແຕ່ລະປະເທດ, ເປັນຕົ້ນແມ່ນສ້າງເງື່ອນໄຂໃຫ້ບັນດາທ້ອງຖິ່ນຢູ່ເຂດ 2 ຟາກຊາຍແດນ, ເປີດກ້ວາງການຮ່ວມມື, ພັດທະນາເສດຖະກິດ, ເພີ່ມທະວີການພົບປະແລກປ່ຽນມິດຕະພາບ. ກ່ຽວກັບການເມືອງ-ກົດໝາຍ, ເລື່ອງປະຕິບັດສໍາເລັດວຽກງານປັກຫຼັກໝາຍຖີ່ ແລະບູລະນະລະບົບຫຼັກໝາຍຊາຍແດນ ຫວຽດນາມ-ລາວ ແມ່ນໝາກຜົນລວມຂອງປະຊາຊົນສອງປະເທດ, ແມ່ນພະຍານຫຼັກຖານໃຫ້ແກ່ເລື່ອງສອງຝ່າຍແກ້ໄຂບັນຫາຊາຍແດນ, ຜືນແຜ່ນດິນບົນພື້ນຖານການເຈລະຈາດ້ວຍຄວາມສະເໝີພາບ, ເຄົາລົບນັບຖືເອກະລາດ, ອະທິປະໄຕ ແລະຜົນປະໂຫຍດອັນຊອບທໍາຂອງກັນແລະກັນ, ຮ່ວມມືພ້ອມກັນພັດທະນາ, ເໝາະສົມກັບກົດໝາຍ ແລະສະພາບຕົວຈິງສາກົນ.

 

ແປໂດຍ: ທູຈາງ