ທ່ານນາງ ສຸນທອນ ໄຊຍະຈັກ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ຕ້ອນຮັບຄະນະ. ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ສະແດງຄວາມປິຕິຊົມຊື່ນ ແລະເອກອ້າງທະນົງໃຈຕໍ່ບັນດາໄຊຊະນະ ແລະຜົນງານທີ່ຍິ່ງໃຫຍ່ ເຊິ່ງປະຊາຊົນລາວອ້າຍນ້ອງບັນລຸໄດ້ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືໃນພາລະກິດປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດຊາດໃນໄລຍະ 64 ປີ ຜ່ານມາ.

leftcenterrightdel
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ມອບຊໍ່ດອກໄມ້ໃຫ້ທ່ານນາງສຸນທອນ ໄຊຍະຈັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ກໍ່ໃຫ້ຮູ້ວ່າ ໃນຕະຫຼອດ 64 ປີຜ່ານມາ, ພັກປະຊາຊົນປະຕິວັດລາວ ແລະພັກກອມມູນິດຫວຽດນາມ ຍາມໃດກໍ່ສະໜິດຕິດພັນຢ່າງແໜ້ນແຟ້ນ, ຄຽງບ່າຄຽງໄຫຼ່, ຮ່ວມທຸກຮ່ວມສຸກນໍາກັນຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນໃນພາລະກິດປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດຊາດ; ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ ນັບມື້ນັບພັດທະນາຂຶ້ນສູ່ລະດັບສູງໃໝ່.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ ສຸນທອນ ໄຊຍະຈັກ ໃຫ້ຮູ້ວ່າ, ພັກ, ລັດ ແລະປະຊາຊົລາວ ເອກອ້າງທະນົງໃຈທີ່ສຸດເມື່ອເຫັນວ່າຍາມໃດປະເທດເພື່ອນບ້ານຫວຽດນາມ ກໍ່ມີຄວາມສັດຊື່ບໍລິສຸດ; ບັນດາຜົນສໍາເລັດ ເຊິ່ງພັກ, ລັດ ແລະປະຊາຊົນລາວ ບັນລຸໄດ້ລ້ວນແຕ່ຕິດພັນກັບການຊ່ວຍເຫຼືອຈາກຫວຽດນາມ, ເຖິງວ່າໃນຂະນະ ຫວຽດນາມ ປະສົບກັບຄວາມຫຍຸ້ງຍາກ, ແຕ່ກໍ່ຍັງແບ່ງປັນ, ຊ່ວຍເຫຼືອໃຫ້ລາວ. ສິ່ງດັ່ງກ່າວ ຢັ້ງຢືນວ່າສາຍພົວພັນສະໜິດຕິດພັນ ລາວ-ຫວຽດນາມ ແມ່ນສາຍພົວພັນມີໜຶ່ງດຽວຢູ່ໃນໂລກ ຕະຫຼອດໄປ.

ໂດຍ: ທູຈາງ