leftcenterrightdel
ພະນັກງານເສນາຮັກທະຫານຊາຍແດນຫວຽດນາມ ໃຫ້ຄຳປຶກສາ, ແນະນໍາວິທີການຮັກສາສຸຂະພາບໃຫ້ປະຊາຊົນ. ພາບ: bienphong.com.vn.

ໄດ້ມີປະຊາຊົນເກືອບ 50 ຄົນທີ່ໄດ້ຮັບການກວດພະຍາດ ແລະແຈກຢາຍຢາຖືກຕ້ອງຕາມພະຍາດສຳລັບບັນດາພະຍາດທົ່ວໄປ. ຜ່ານການກວດພະຍາດໃນເບື້ອງຕົ້ນໄດ້ພົບເຫັນກໍລະນີຈໍານວນໜຶ່ງທີ່ເກີນຄວາມສາມາດໃນການປິ່ນປົວຂອງສຸກສາລາ, ແຕ່ພະນັກງານເສນາຮັກທະຫານຊາຍແດນ ແລະພະນັກງານສາທາລະນະສຸກຢູ່ສຸກສາລາໄດ້ໃຫ້ຄຳປຶກສາ, ແນະນຳໃຫ້ໄປໂຮງໝໍຫຼາຍຂະແໜງເມືອງເຊໂປນ (ລາວ) ຫຼື ນຳສົ່ງໄປສູນສາທາລະນະສຸກເມືອງເຮື໊ອງຮ໊ວາ, ເທດສະບານເມືອງລາວບາວ (ຫວຽດນາມ) ເພື່ອສືບຕໍ່ການກວດ ແລະປິ່ນປົວພະຍາດ.

leftcenterrightdel
ພະນັກງານເສນາຮັກຄ້າຍທະຫານຊາຍແດນດ່ານສາກົນລາວບາວ ແລະພະນັກງານສາທາລະນະສຸກຢູ່ສຸກສາລາກາຕຸບ ໄປຢ້ຽມຢາມ ແລະກວດພະຍາດຢູ່ເຮືອນປະຊາຊົນ. ພາບ: bienphong.com.vn

ນອກຈາກການກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າແລ້ວ, ເສນາຮັກຄ້າຍທະຫານຊາຍແດນດ່ານສາກົນລາວບາວ ຍັງແນະນໍາໃຫ້ປະຊາຊົນຮັກສາ, ເຮັດອະນາໄມຕົນ, ປ້ອງກັນ, ຕ້ານ, ສະກັດກັ້ນພະຍາດຕິດແປດ…

ສຸກສາລາກາຕຸບ ໂດຍຄ້າຍທະຫານຊາຍແດນດ່ານສາກົນລາວບາວ ໄດ້ກໍ່ສ້າງມອບໃຫ້ພະນັກງານ, ປະຊາຊົນຢູ່ບ້ານກາຕຸບ ໃນປີ 2013 ດ້ວຍມູນຄ່າການກໍ່ສ້າງທັງໝົດເກືອບ 600 ລ້ານດົ່ງ.

ໂດຍ: ຈາງຫງວຽນ