ການແຂ່ງຂັນປີນີ້ມີການເຂົ້າຮ່ວມຂອງບັນດາທີມບານເຕະມາຈາກບັນດາກະຊວງ, ຂະແໜງການຂັ້ນສູນກາງລາວ ຄື: ກະຊວງການຕ່າງປະເທດ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ, ຄະນະໂຄສະນາອົບຮົມສູນກາງ, ກະຊວງສຶກສາທິການ ແລະກິລາ, ກະຊວງພະລັງງານ ແລະບໍແຮ່, ພະແນກປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ. ສ່ວນຝ່າຍຫວຽດນາມມີການເຂົ້າຮ່ວມຂອງບັນດາທີມບານເຕະໃນປະຊາຄົມຊາວຫວຽດນາມ ຄື: FC LAOSTYLE, CC-55, FC The new 2019 ແລະ FC Phetmungkhun. ບັນດາທີມດັ່ງກ່າວຈະກ້າວເຂົ້າສູ່ການແຂ່ງຂັນທີ່ຟົດຟື້ນເປັນເວລາ 2 ອາທິດ ເພື່ອຊອກຫາທີມທີ່ຍາດໄດ້ແຊັມໃນວັນທີ 19 ມັງກອນຈະມາເຖິງ.

leftcenterrightdel
ຜູ້ຕາງໜ້າບັນດາທີມບານເຕາະຖ່າຍຮູບເປັນທີ່ລະນຶກກັບຄະນະຈັດຕັ້ງ. ພາບ: vov.vn.

ການແຂ່ງຂັນເຕະບານມິດຕະພາບລາວ-ຫວຽດນາມ ວຽງຈັນ 2019 ແມ່ນກິດຈະກໍາທີ່ມີຄວາມໝາຍຢ່າງແທດຈິງທີ່ສຸດ, ແມ່ນກາລະໂອກາດເພື່ອເພີ່ມເຕີມຄວາມເຂົ້າອົກເຂົ້າໃຈ, ການພົວພັນສະໜິດຕິດພັນມິດຕະພາບລະຫວ່າງໄວໜຸ່ມສອງປະເທດ. ຄະນະຈັດຕັ້ງການແຂ່ງຂັນໃຫ້ຮູ້ວ່າ, ເງິນອຸປະຖໍາທັງໝົດຂອງບັນດາວິສາຫະກິດ, ບຸກຄົນທີ່ອຸປະຖໍາໃຫ້ແກ່ການແຂ່ງຂັນຈະຫັກໃຫ້ບັນດາທີມທີ່ຍາດໄດ້ລາງວັນທີໜຶ່ງ-ທີສອງ-ທີສາມ, ສ່ວນທີ່ຍັງເຫຼືອແມ່ນຈະເອົາໄປຊ່ວຍຄົນທຸກຍາກ, ບັນດາໂຮງຮຽນ, ສູນລ້ຽງດູເດັກພິການຢູ່ວຽງຈັນ.

ໂດຍ: ບົວພອນ