ທີ່່ການຕ້ອນຮັບ, ຄະນະພະນັກງານ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ແລະຄະນະໂຄສະນາສຶກສາ ຄະນະພັກນະຄອນໂຮ່ຈິມິນ ໄດ້ແລກປ່ຽນ, ແບ່ງປັນຫຼາຍບັນຫາທີ່ກ່ຽວຂ້ອງເຖິງວຽກງານໂຄສະນາສຶກສາຂອງສອງປະເທດ.

leftcenterrightdel
ຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: dangcongsan.vn.

ທ່ານ ຄໍາໝັ້ນ ຈັນທະລັງສີ ໃຫ້ຮູ້ວ່າ: ຄະນະພະນັກງານຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ຍາມໃດກໍ່ຖື ເປັນສໍາຄັນວຽກງານໂຄສະນາສຶກສາຢູ່ຂັ້ນທ້ອງຖິ່ນ ກໍ່ຄືຂັ້ນແຂວງ ແລະຂັ້ນເມືອງ. ສະນັ້ນ, ດ້ວຍບັນດາບົດຮຽນ ເຊິ່ງຄະນະໂຄສະນາສຶກສາຄະນະພັກນະຄອນໂຮ່ຈິມິນ ແບ່ງປັນຈະຊ່ວຍໃຫ້ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ໃນການຮໍ່າຮຽນ, ໝູນໃຊ້ເຂົ້າໃນການຊີ້ນໍາ, ບໍບິຫານວຽກງານໂຄສະນາສຶກສາຢູ່ທ້ອງຖິ່ນ, ກໍ່ຄືແກ້ໄຂບັນດາຂໍ້ຈໍາກັດໃນວຽກງານໂຄສະນາສຶກສາຢູ່ຂັ້ນສູນກາງ ແລະທ້ອງຖິ່ນຂອງລາວ.

ໂດຍ: ທູຈາງ