ທີ່ການປະຊຸມ, ສອງຝ່າຍໄດ້ທົບທວນຄືນການປະຕິບັດບັນດາຂໍ້ຕົກລົງ, ສັນຍາກົງສູນສອງຝ່າຍ ຄືສັນຍາກົງສູນປີ 1985 ກ່ຽວກັບການແຈ້ງຂ່າວ, ການຢ້ຽມຢາມສະຖານກົງສູນ, ການແລກປ່ຽນບັນດາບັນຫາກົງສູນສອງຝ່າຍ, ໂດຍສະເພາະແມ່ນການສ້າງຄວາມສະດວກໃຫ້ແກ່ການເຂົ້າສັນຊາດ, ແກ້ໄຂບັນຫາອົບພະຍົບຢ່າງເສລີ, ແຕ່ງງານບໍ່ມີໃບສົມລົດຢູ່ເຂດຊາຍແດນ, ເອກະສານນິຕິກໍາໃຫ້ແກ່ຄົນເຊື້ອຊາດຫວຽດນາມ ຢູ່ລາວ, ສະພາບການຜູ້ອອກແຮງງານຫວຽດນາມ ຢູ່ລາວ ແລະສະພາບການເຂົ້າອອກເມືອງຂອງພົນລະເມືອງສອງປະເທດ.

leftcenterrightdel
ບັນຍາກາດທີ່ການປະຊຸມ. ພາບ: baoquocte.vn.

ສອງຝ່າຍກໍ່ໄດ້ແລກປ່ຽນບົດຮຽນໃນການປະຕິບັດບາງບັນຫາກ່ຽວກັບກົງສູນລວມມີ: ການຫັນລະບຽບການກົງສູນເປັນທັນສະໄໝ, ລະບຽບການອອກເອກະສານຕ່າງໆໃຫ້ແກ່ພົນລະເມືອງຢູ່ຕ່າງປະເທດ, ທິດທາງຜັນຂະຫຍາຍການອອກໜັງສືຜ່ານແດນເອເລັກໂຕນິກ (e-passport) ແລະວິຊາເອເລັກໂຕນິກ (e-visa), ແລກປ່ຽນບົດຮຽນກ່ຽວກັບວຽກງານປົກປ້ອງພົນລະເມືອງຢູ່ຕ່າງປະເທດ ແລະການນໍາໃຊ້ກອງທຶນປົກປ້ອງພົນລະເມືອງ.

ໂດຍ: ທູຈາງ