ທີ່ການຕ້ອນຮັບ, ທ່ານ ສິນລາວົງ ຄຸດໄພທູນ ຢືນຢັນວ່າ, ນະຄອນຫຼວງວຽງຈັນ ຈະສົມທົບກັບນະຄອນຫຼວງຮ່າໂນ້ຍ ແລະນະຄອນໂຮ່ຈິມິນ ແລະບັນ ດາທ້ອງຖິ່ນຂອງຫວຽດນາມ ຢ່າງແໜ້ນແຟ້ນເພື່ອສືບຕໍ່ຍູ້ແຮງ, ຍົກສູງປະສິດທິຜົນການຮ່ວມມື, ເພີ່ມທະວີການແລກປ່ຽນບົດຮຽນໃນທຸກຂົງເຂດ, ປະ ກອບສ່ວນປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ແລະຂໍ້ຕົກລົງການຮ່ວມມືລະຫວ່າງສອງນະຄອນຫຼວງຢ່າງມີປະສິດທິຜົນເພື່ອນຳສາຍພົວພັນມິດຕະພາບແບບພິເສດລາວ-ຫວຽດນາມ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: vtv.vn.

ທ່ານ ເຈິ່ນກວກເວື້ອງ ຕີລາຄາສູງກ່ຽວກັບຄວາມໝາຍ ແລະໝາກຜົນການຢ້ຽມຢາມຂອງຄະນະ ກໍ່ຄືຜົນການພົບປະເຈລະຈາລະຫວ່າງຄະນະຜູ້ແທນຂອງນະຄອນຫຼວງສອງປະເທດ;... ທ່ານ ເຈິ່ນກວກເວື້ອງ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ນະຄອນຫຼວງວຽງຈັນ ຈະສືບຕໍ່ຮ່ວມມືກັບນະຄອນຫຼວງຮ່າໂນ້ຍ, ນະຄອນ ໂຮ່ຈິມິນ ແລະບັນດາທ້ອງຖິ່ນຂອງຫວຽດນາມ ໃນບັນດາຂົງເຂດເຊິ່ງສອງຝ່າຍມີທ່າແຮງ ຄື: ຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ; ແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ; ຄຸ້ມຄອງເສດຖະກິດຢູ່ຂັ້ນທ້ອງຖິ່ນ; ເພີ່ມທະວີການຮ່ວມມືເສດຖະກິດ, ໂດຍສະເພາະແມ່ນການລົງທຶນ ແລະການຄ້າ; ກໍ່ສ້າງພື້ນຖານໂຄງລ່າງ; ແບ່ງປັນບົດຮຽນໃນຂົງເຂດກະສິກຳເຕັກໂນໂລຊີສູງ...

ໂດຍ: ສົມເພັດ