ທີ່ກອງປະຊຸມ, ທ່ານ ຈູງອັກແອງ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ໃຫ້ຮູ້ວ່າສອງຝ່າຍໄດ້ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ສ້າງກາລະໂອກາດພົບປະແລກປ່ຽນລະຫວ່າງບັນດາພະນັກງານຄຸ້ມຄອງ, ພະນັກງານວິທະຍາສາດຂອງສອງກະຊວງ; ສົມທົບກັນເພື່ອກວດກາຄືນ, ອັບເດັດລະບົບເອກະສານດ້ານກົດໝາຍເພື່ອເປັນກອບນິຕິກໍາໃຫ້ແກ່ການພັດທະນາວິທະຍາສາດ ແລະເຕັກໂນໂລຊີໃນໄລຍະປັດຈຸບັນ ແລະໃນອະນາຄົດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ລາຢຸຍ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຊີລາວ ຕີລາຄາສູງການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃນໄລຍະຜ່ານມາ, ໃນນັ້ນມີການປະກອບສ່ວນອັນໃຫຍ່ຫຼວງຂອງກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ. ທ່ານ ບໍ່ວຽງຄໍາ ວົງດາລາ ເຊື່ອໝັ້ນວ່າໃນໄລຍະຈະມາເຖິງ, ການຮ່ວມມືລະຫວ່າງສອງຝ່າຍຈະມີບາດກ້າວພັດທະນາຢ່າງແຮງ ແລະປະສົບຜົນສໍາເລັດ.

ທີ່ກອງປະຊຸມ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຄວາມຊ່ວຍຈຳການຮ່ວມມືລະຫວ່າງຫ້ອງການຄະນະພັກກະຊວງວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ແລະລາວ, ບົດບັນທຶກຄວາມຊ່ວຍຈຳການຮ່ວມມືລະຫວ່າງສະຖາບັນວິທະຍາສາດ ແລະເຕັກໂນໂລຊີປ່ຽນແປງໃໝ່ຫົວຄິດປະດິດສ້າງຫວຽດນາມ ແລະສະຖາບັນຄຸ້ມຄອງວິທະຍາສາດ ແລະເຕັກໂນໂລຊີລາວ, ບົດບັນທຶກຄວາມຊ່ວຍຈຳການຮ່ວມມືລະຫວ່າງກົມປອດໄພລັງສີ ແລະນິວເຄຼຍຫວຽດນາມ ແລະກົມວິທະຍາສາດລາວ.

ໂດຍ: ທູຈາງ