leftcenterrightdel
ການນໍາພະແນກພົວພັນຕ່າງປະເທດແຂວງ, ກອງບັນຊາການທະຫານແຂວງ, ເມືອງອຽນບິ່ງ ແລະກອງບັນຊາການທະຫານເມືອງຕ້ອນຮັບຄະນະ. ພາບ: ແທງນໍາ.

ທີ່ການເຮັດວຽກກັບກອງບັນຊາການທະຫານເມືອງອຽນບິ່ງ, ການນໍາ ເມືອງອຽນບິ່ງ ແລະກອງບັນຊາການທະຫານເມືອງໄດ້ແຈ້ງໃຫ້ຄະນະຮັບຊາບກ່ຽວກັບສະພາບການເສດຖະກິດ, ວັດທະນະທໍາ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຄວາມສາມາດບົ່ມຊ້ອນ, ທ່າແຮງຂອງເມືອງ... ພິເສດແມ່ນໃນປີ 2018; ໃນນັ້ນສະຫຼຸບກາງອາຍຸການເຊິ່ງເມືອງໄດ້ສໍາເລັດ 13/24 ຄາດໝາຍພັດທະນາເສດຖະກິດ, ວັດທະນະທໍາອາຍຸການ 2015-2020, ສູ້ຊົນລື່ນກາຍຄາດໝາຍແຜນການທີ່ໄດ້ວາງອອກ, ກໍ່ສ້າງເມືອງອຽນບິ່ງ ກາຍເປັນເມືອງພັດທະນາທີ່ດີຂອງແຂວງອຽນບາຍ.

leftcenterrightdel
ທ່ານ ຫງວຽນຢຸງຢາງ, ຮອງເລຂາຜູ້ປະຈໍາການຄະນະພັກເມືອງອຽນບິ່ງ ແລກປ່ຽນກັບຄະນະປະຕິບັດງານ. ພາບ: ແທງນໍາ.

ຕາງໜ້າຄະນະປະຕິບັດງານ, ທ່ານພັນເອກ ພັນແສງ ບຸນພັນ ໄດ້ກ່າວຄໍາເຫັນຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດດ້ວຍຄວາມຈິງໃຈ, ອົບອຸ່ນເຊິ່ງການນໍາເມືອງ ແລະພະນັກງານ, ນັກຮົບກອງບັນຊາການທະຫານເມືອງອຽນບິ່ງ; ການນໍາພະແນກພົວພັນຕ່າງປະເທດ ແລະກອງບັນຊາການທະຫານແຂວງອຽນບາຍ ໄດ້ສະຫງວນໃຫ້ຄະນະ; ພ້ອມທັງອວຍພອນ ແລະຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານຊີ້ນໍາ, ນໍາພາປະຕິບັດໜ້າທີ່ພັດທະນາເສດຖະກິດ, ສັງຄົມ, ການທະຫານ-ປ້ອງກັນຊາດຂອງເມືອງອຽນບິ່ງ, ແຂວງອຽນບາຍ ແລະປາດຖະໜາວ່າ ສາຍພົວພັນທີ່ເປັນມູນເຊື້ອພິເສດລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ຈະຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

 

ໂດຍ: ໄຊນິດາ