ເຂົ້າຮ່ວມ ແລະເປັນປະທານກອງປະຊຸມມີທ່ານ ເລແທ່ງລອງ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທໍາຫວຽດນາມ ແລະທ່ານ ໄຊສີ ສັນຕິວົງ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທໍາລາວ.

ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມ, ຕັ້ງໜ້າຂອງກະຊວງຍຸຕິທໍາຫວຽດນາມ ແລະລາວ, ບັນດາພະແນກຍຸຕິທໍາ ແລະໜ່ວຍງານປະຕິບັດຄໍາຕັດສິນຂອງສານແພ່ງສອງປະເທດໃນການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື, ສົມທົບກັນແກ້ໄຂຫຼາຍໜ້າທີ່ວຽກງານຍຸຕິທໍາຢູ່ທ້ອງຖິ່ນ, ພິເສດແມ່ນຜັນຂະຫຍາຍການປະຕິບັດໂຄງການໜູນຊ່ວຍສະຖາບັນຍຸຕິທໍາແຫ່ງຊາດລາວ ຈາກທຶນຊ່ວຍເຫຼືອຂອງລັດຖະບານຫວຽດນາມ ທີ່ສະຫງວນໃຫ້ລາວເພື່ອແນໃສ່ເພີ່ມທະວີຄວາມສາມາດໃຫ້ແກ່ຖັນແຖວພະນັກງານຍຸຕິທໍາຂອງລາວ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: Vietnam+

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ເລແທ່ງລອງ, ລັດຖະມົນຕີກະຊວງຍຸຕິທໍາຫວຽດນາມ ແລະທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີກະຊວງຍຸຕິທໍາລາວ ສະແດງຄວາມເຊື່ອໝັ້ນຢ່າງແນວແນ່ວ່າ, ບັນດາໝາກຜົນອັນສໍາຄັນທີ່ບັນລຸໄດ້ທີ່ກອງປະຊຸມຄັ້ງນີ້ຈະສືບຕໍ່ສ້າງກໍາລັງໜູນໃໝ່ໃຫ້ແກ່ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອແບບພິເສດ, ຮອບດ້ານລະຫວ່າງສອງຂະແໜງຍຸຕິທໍາລາວ ແລະຫວຽດນາມ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຮັກສາສາຍພົວພັນລວມລະຫວ່າງສອງປະເທດ, ກໍ່ຄືປະກອບສ່ວນເຂົ້າໃນການສ້າງພາກພື້ນອາຊີຕາເວັນອອກສ່ຽງໃຕ້,  ອາຊີແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະວັດທະນາຖາວອນ.

 

ແປໂດຍ: ຮວ່າງເຈື່ອງ