ທີ່ການພົບປະ, ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ໃນນັ້ນມີການຮ່ວມມືນັບມື້ນັບແໜ້ນແຟ້ນລະຫວ່າງສອງສະພາແຫ່ງຊາດ.

leftcenterrightdel
ທ່ານນາງ ດັ້ງທິຫງອກທິ້ງ ຮອງປະທານປະເທດຫວຽດນາມ ພົບປະກັບທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍໄດ້ຕີລາຄາສູງບັນດາການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນວິຊາສະເພາະລະຫວ່າງບັນດາອົງການສະພາແຫ່ງຊາດຂອງສອງປະເທດ ກໍ່ຄືການສົມທົບກັນຢ່າງມີປະສິດທິຜົນໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດຂອງສະພາແຫ່ງຊາດ, ພິເສດແມ່ນໃນບັນດາເວທີປາໄສລັດຖະສະພາພາກພື້ນ ແລະສາກົນ ຄື: ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA), ສະຫະພັນລັດຖະສະພາສາກົນ (IPU).

ທ່ານນາງຮອງປະທານປະເທດຫວຽດນາມ ສະເໜີສອງຝ່າຍເພີ່ມທະວີການແລກປ່ຽນ, ສົມທົບກັນໃນການສ້າງລະບົບກົດໝາຍຂອງແຕ່ລະປະເທດໃຫ້ສົມບູນແບບ ກໍ່ຄືໃນການຕິດຕາມກວດກາການປະຕິບັດກົດໝາຍແນໃສ່ຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດ.

leftcenterrightdel
ທ່ານນາງ ດັ້ງທິຫງອກທິ້ງ ຮອງປະທານປະເທດຫວຽດນາມ ຈັບມືກັບທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ກໍ່ເນັ້ນໜັກວ່າໃນສະພາບການໂລກ ແລະພາກພື້ນມີການຜັນແປຢ່າງສັບສົນ, ພັກ, ລັດ, ສະພາແຫ່ງຊາດ ແລະປະຊາຊົນສອງປະເທດຄວນມານະພະຍາຍາມພ້ອມກັນຮັກສາ ແລະເສີມຂະຫຍາຍສາຍພົວພັນທີ່ມີມາແຕ່ດົນນານ, ນ້ຳໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດໃນທຸກຂົງເຂດການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ການສຶກສາ ແລະການພົບປະແລກປ່ຽນປະຊາຊົນ.   

ທ່ານນາງ ປານີ ຢາທໍ່ຕູ້ ຢືນຢັນກິດຈະກຳຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ ທີ່ພວມກະກຽມລົງມືກໍ່ສ້າງນັ້ນແມ່ນຂອງຂວັນທີ່ມີຄວາມໝາຍທີ່ສຸດຂອງພັກ, ລັດ, ສະພາແຫ່ງຊາດ ແລະປະຊາຊົນຫວຽດນາມ, ເປັນສັນຍາລັກ ແລະມໍລະດົກອັນລ້ຳຄ່າຂອງນໍ້າໃຈສາມັກຄີແບບພິເສດຫວຽດນາມ-ລາວ ປະໄວ້ໃຫ້ຮຸ່ນຄົນພາຍພາກໜ້າ.

 

ແປໂດຍ: ເຈິ່ນຮວ່ຽນ