ໂດຍປະຕິບັດຕາມລາຍການວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ, ເຍົາວະຊົນປີ 2018, ລາຍການສົມທົບກັນປະຈໍາປີລະຫວ່າງຄະນະຊາວໜຸ່ມແຂວງ ກວາງຈີ໋ ແລະຄະນະຊາວໜຸ່ມແຂວງ ສະຫວັນນະເຂດ, ໃນລະຫວ່າງວັນທີ 12 – 16 ມິຖຸນາ, ຄະນະຊາວໜຸ່ມແຂວງ ກວາງຈີ໋ ຈັດຕັ້ງການເຄື່ອນໄຫວອາສາສະໝັກຢູ່ສອງເມືອງ ອຸທຸມພອນ ແລະໄຊບູລີ, ສປປ ລາວ ດ້ວຍການເຄື່ອນໄຫວແທດຈິງຫຼາຍຢ່າງ.

leftcenterrightdel
ບັນດາແພດໝໍໜຸ່ມກວດ, ປິ່ນປົວພະຍາດໃຫ້ປະຊາຊົນແຂວງ ສະຫວັນນະເຂດ. ພາບ: ໜັງສືພິມປະຊາຊົນ. 

ຕາມນັ້ນແລ້ວ, ຄະນະອາສາສະໝັກດ້ວຍບັນດາສະມາຊິກໃນສະມາຄົມແພດໝໍໜຸ່ມແຂວງ ກວາງຈີ໋ ໄດ້ດຳເນີນການກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ ແລະໂຄສະນາກ່ຽວກັບການປ້ອງກັນ ແລະຕ້ານບັນດາພະຍາດເຂດຮ້ອນໃຫ້ປະຊາຊົນໃນບໍລິເວນແຂວງສະຫວັນນະເຂດກວ່າ 4.000 ຄົນ; ສົມທົບກັບໂຮງໝໍເມືອງອຸທຸມພອນ ດຳເນີນການຜ່າຕັດໃຫ້ຄົນເຈັບຜູ້ໜຶ່ງທີ່ປະສົບກັບຄວາມຫຍຸ້ງຍາກ, ແນະນໍາ ແລະຖ່າຍທອດບາງເຕັກນິກການແພດໃຫ້ບັນດາໂຮງໝໍຂັ້ນເມືອງທີ່ຍັງຫຍຸ້ງຍາກ.

ການເຄື່ອນໄຫວອາສາສະໝັກໄດ້ຈັດຕັ້ງຢູ່ປະເທດເພື່ອນມິດລາວ ຄັ້ງນີ້ສະແດງໃຫ້ເຫັນນໍ້າໃຈປະຈັນບານ, ອາສາສະໝັກຂອງຊາວໜຸ່ມແຂວງ ກວາງຈີ໋ ທີ່ມີຕໍ່ປະຊາຊົນ, ນັກຮຽນຍັງປະສົບກັບຄວາມຫຍຸ້ງຍາກຂອງສອງເມືອງ ອຸທຸມພອນ ແລະໄຊບູລີ, ແຂວງສະຫວັນນະເຂດ.

ທ່ານ ເຈິ່ນຊວນແອງ ຮອງເລຂາຄະນະຊາວໜຸ່ມແຂວງ ກວາງຈີ໋ ໃຫ້ຮູ້ວ່າ: ຄະນະຊາວໜຸ່ມແຂວງ ກວາງຈີ໋ ປາດຖະໜາວ່າການເຄື່ອນໄຫວນີ້ຈະປະກອບສ່ວນໜູນຊ່ວຍປະຊາຊົນຢູ່ບັນດາເມືອງຂອງແຂວງ ສະຫວັນນະເຂດ ຜ່ານຜ່າຄວາມຫຍຸ້ງຍາກໃນຕໍ່ໜ້າ, ບືນຕົວຂຶ້ນໃນການດໍາລົງຊີວິດ; ຜ່ານນັ້ນປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງໄວໜຸ່ມສອງແຂວງ ກວາງຈີ໋-ສະຫວັນນະເຂດ ເວົ້າສະເພາະ, ສອງປະເທດ ຫວຽດນາມ-ລາວ ເວົ້າລວມ.

 

ແປໂດຍ: ດັ້ງເກື່ອງ