ທີ່ພິທີ, ທ່ານ ເພັດຖາວອນ ພິລາວັນ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ຫຼວງນ້ຳທາ ໄດ້ຮັບມອບສິດຈາກທ່ານປະທານປະເທດ ແຫ່ງ ສປປ.ລາວ ມອບຫຼຽນໄຊມິດຕະພາບໃຫ້ແກ່ຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ແລະຫຼຽນໄຊແຮງງານຊັ້ນ III ໃຫ້ແກ່ຕຳຫຼວດແຂວງ ດ້ຽນບຽນ.

leftcenterrightdel
ທ່ານ ເພັດຖາວອນ ພິລາວັນ ເຈົ້າແຂວງໆ ຫຼວງນ້ຳທາ ມອບຫຼຽນໄຊມິດຕະພາບໃຫ້ແກ່ຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ເພັດຖາວອນ ພິລາວັນ ເນັ້ນໜັກວ່າ: ໃນໄລຍະຕໍ່ສູ້ກູ້ຊາດຂອງ ລາວ, ແຂວງ ດ້ຽນບຽນ ແມ່ນຖານທີ່ໝັ້ນແຫ່ງໜຶ່ງໃຫ້ແກ່ການປະຕິວັດລາວ. ກຳລັງທະຫານອາສາສະໝັກຫວຽດນາມ ໄດ້ມີຫຼາຍກອງພັນເຂົ້າຮ່ວມບັ້ນຮົບປົດປ່ອຍບັນດາແຂວງຢູ່ທາງພາກເໜືອຂອງ ລາວ, ພິເສດແມ່ນບັ້ນຮົບປົດປ່ອຍແຂວງ ຫຼວງນ້ຳທາ ໃນປີ 1962. ໃນໄລຍະປົກປັກຮັກສາ ແລະສ້າງສາປະເທດຊາດ, ແຂວງ ດ້ຽນບຽນ ຍັງສືບຕໍ່ຮ່ວມມື ແລະໜູນຊ່ວຍແຂວງ ຫຼວງນ້ຳທາ ຄື: ການຮ່ວມມືໃນຂົງເຂດການຄ້າ, ການບໍລິການ, ການທ່ອງທ່ຽວ, ວັດທະນະທຳພື້ນເມືອງ; ໜູນຊ່ວຍແຂວງ ຫຼວງນ້ຳທາ ໃນຫຼາຍຂົງເຂດວັດທະນະທຳ-ສັງຄົມ, ກະສິກຳ ແລະປ່າໄມ້, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ນອກຈາກນັ້ນ, ຕຳຫຼວດແຂວງ ດ້ຽນບຽນ ກໍ່ໄດ້ໜູນຊ່ວຍແຂວງ ຫຼວງນ້ຳທາ ຈຳນວນເງິນ 300.000 ກວ່າ ໂດລາສະຫະລັດ ເພື່ອພັດທະນາດ້ານເສດຖະກິດ-ສັງຄົມ...

ກ່າວຄຳເຫັນທີ່ພິທີ, ທ່ານ ມົ່ວອາເຊີນ ປະທານຄະນະກຳມະການປະຊາຊົນແຂວງ ດ້ຽນບຽນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຮັບຮູ້, ຕີລາຄາສູງຂອງອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະແຂວງ ຫຼວງນ້ຳທາ ສຳລັບແຂວງ ດ້ຽນບຽນ ເວົ້າລວມ, ຕຳຫຼວດແຂວງ ດ້ຽນບຽນ ເວົ້າສະເພາະ; ພ້ອມທັງປາດຖະໜາວ່າໃນໄລຍະຈະມາເຖິງສອງພັກ, ລັດ ລາວ-ຫວຽດນາມ ເວົ້າລວມ; ສາຍພົວພັນຮ່ວມມືລະຫວ່າງແຂວງ ຫຼວງນ້ຳທາ ແລະແຂວງ ດ້ຽນບຽນ ເວົ້າສະເພາະຈະສືບຕໍ່ເພີ່ມທະວີ, ປັບປຸງ ແລະພັດທະນາກວ່າອີກ, ຮັດແໜ້ນນ້ຳໃຈສາມັກຄີມິດຕະພາບລະຫວ່າງສອງປະເທດ.

 

ແປໂດຍ: ກວຽດເຕີມ