ຕອນບ່າຍວັນທີ 24 ເມສາ, ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ລາວ ແລະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ໄດ້ມີການຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ.

leftcenterrightdel
ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ລາວ ຕ້ອນຮັບທ່ານນາງ ຕ່ອງທິຟ໋ອງ ຮອງປະທານສະພາແຫ່ງຊາດ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ. ພາບ: nhandan.com.vn.

ທີ່ການຕ້ອນຮັບ, ທ່ານນາງ ຕ່ອງທິຟ໋ອງ ໄດ້ຂອບອົບຂອບໃຈຕໍ່ທ່ານ ບຸນຍັງ ວໍລະຈິດ ແລະທ່ານ ທອງລຸນ ສີສຸລິດ ທີ່ໄດ້ຕ້ອນຮັບ ແລະສະຫງວນອາລົມຈິດທີ່ເຕັມໄປດ້ວຍນໍ້າໃຈສະຫາຍອ້າຍນ້ອງຕໍ່ຄະນະ; ທ່ານນາງຢືນຢັນວ່າການຢ້ຽມຢາມ ແລະເຮັດວຽກຢູ່ ລາວ ຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ຄັ້ງນີ້ແມ່ນການເຄື່ອນໄຫວສະແດງຄວາມຕັດສິນໃຈຂອງສະພາແຫ່ງຊາດຫວຽດນາມ ວ່າມີຄວາມປາດຖະໜາປະກອບສ່ວນປັບປຸງສາຍພົວພັນທີ່ເປັນມູນເຊື້ອອັນຍາວນານ, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ເວົ້າລວມ, ກໍ່ຄືຊຸກຍູ້ສາຍພົວພັນຮ່ວມມືອັນດີງາມ ແລະຮອບດ້ານລະຫວ່າງອົງການນິຕິບັນຍັດສອງປະເທດເວົ້າສະເພາະ. ເນັ້ນໜັກວ່າ, ຍາມໃດ ຫວຽດນາມ ກໍ່ຖືເປັນສໍາຄັນ ແລະສະຫງວນບຸລິມະສິດສູງສຸດໃຫ້ແກ່ການປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ ຢ່າງສະເໝີຕົ້ນສະເໝີປາຍ.

 

ແປໂດຍ: ກວຽດເຕີມ