ເນື່ອງໃນໂອກາດສະເຫຼີມສະຫຼອງ 59 ປີ ແຫ່ງວັນມູນເຊື້ອຂອງທະຫານປ້ອງກັນຊາຍແດນ ແລະ 29 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາຍແດນ, ບັນດາຄະນະປະຕິບັດງານກຳລັງປະກອບອາວຸດ ເຊິ່ງລວມມີ: ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ບໍລິຄຳໄຊ, ໂດຍທ່ານພັນເອກ ຄໍາແດງ ແພງພົງພັນ, ຫົວໜ້າການທະຫານ ເປັນຫົວໜ້າຄະນະ; ຄະນະປະຕິບັດງານປ້ອງກັນຄວາມສະຫງົບແຂວງ ບໍລິຄຳໄຊ ໂດຍທ່ານ ທອງໃບ ລໍວັນໄຊ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ເປັນຫົວໜ້າຄະນະ ແລະຄະນະປະຕິບັດງານກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ຄຳມ່ວນ ໂດຍທ່ານພັນເອກ ສົມແຄນ ອັບປະສອນ, ຫົວໜ້າການທະຫານເປັນຫົວໜ້າຄະນະໄດ້ມາຢ້ຽມຢາມ ແລະອວຍພອນພະນັກງານ, ນັກຮົບທະຫານປ້ອງກັນຊາຍແດນແຂວງ ຮ່າຕິ້ງ.

leftcenterrightdel
ຄະນະປະຕິບັດງານປ້ອງກັນຄວາມສະຫງົບແຂວງ ບໍລິຄຳໄຊ ອວຍພອນທະຫານປ້ອງກັນຊາຍ ແດນແຂວງ ຮ່າຕິ້ງ. ພາບ: ເທ໋ແມ້ງ.

ບັນດາຄະນະປະຕິບັດງານກຳລັງປະກອບອາວຸດ ສປປ ລາວ ໄດ້ສົ່ງພອນໄຊອັນປະເສີດມາຍັງພະນັກງານ, ນັກຮົບທະຫານປ້ອງກັນຊາຍແດນແຂວງ ຮ່າຕິ້ງ ທຸກຄົນ, ພ້ອມທັງສະແດງຄວາມຂອບອົກຂອບໃຈຕໍ່່ຄວາມເອົາໃຈໃສ່, ຊ່ວຍເຫຼືອຂອງກົມກອງໃນວຽກງານສົມທົບກັນປະຕິບັດໜ້າທີ່. ພິເສດ, ທະຫານປ້ອງກັນຊາຍແດນແຂວງ ຮ່າຕິ້ງ ໄດ້ຊ່ວຍເຫຼືອກຳລັງປະກອບອາວຸດແຂວງ ຄຳມ່ວນ ແລະແຂວງ ບໍລິຄຳໄຊ ກ່ຽວກັບການແລກປ່ຽນບົດຮຽນ, ຈັດຕັ້ງການຝຶກອົບຮົມວຽກງານປ້ອງກັນຊາຍແດນ, ຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກຳ.

ທີ່ການພົບປະ, ຕາງໜ້າກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ຮ່າຕິ້ງ, ທ່ານພັນເອກພິເສດ ຫວໍຈ້ອງຫາຍ, ຫົວໜ້າການທະຫານ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່ຂອງກຳລັງປະກອບອາວຸດແຂວງ ຄຳມ່ວນ ແລະ ແຂວງ ບໍລິຄຳໄຊ; ພ້ອມທັງໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ທະຫານປ້ອງກັນຊາຍແດນແຂວງ ຮ່າຕິ້ງ ຈະຊ່ວຍກຳລັງປະກອບອາວຸດສອງແຂວງ ຈັດຕັ້ງການຝຶກອົບຮົມດ້ານວິຊາສະເພາະໃນວຽກງານປ້ອງກັນຊາຍແດນ ແລະ ແລກປ່ຽນບົດຮຽນໃນວຽກງານຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກຳ.

ເນື່ອງໃນໂອກາດນີ້, ສອງຝ່າຍກໍ່ໄດ້ແລກປ່ຽນຂໍ້ມູນຂ່າວສານ, ສະພາບການຢູ່ເຂດຊາຍແດນສອງປະເທດໃນໄລຍະມໍ່ໆມານີ້; ເຫັນດີເປັນເອກະພາບສືບຕໍ່ປະຕິບັດລະບຽບການສົມທົບກັນເຊິ່ງໄດ້ລົງນາມ, ສ້າງເງື່ອນໄຂຊ່ວຍເຫຼືອກັນໃນການປະຕິບັດໜ້າທີ່... ປະກອບສ່ວນຕໍ່ສູ້ສະກັດກັ້ນທຸກກົນອຸບາຍ, ເລ່ຫຼ່ຽມຂອງອິດທິກຳລັງທີ່ເປັນປໍລະປັກຢ່າງທັນການ; ຕໍ່ສູ້ຕ້ານອາດຊະຍາກຳປະເພດຕ່າງໆຢ່າງມີປະສິດທິຜົນ, ກໍ່ສ້າງເຂດຊາຍແດນສອງຝ່າຍມີຄວາມໝັ້ນຄົງ ແລະພັດທະນາ.

 

ແປໂດຍ: ຮຸຍດົງ