ເຂດຊາຍແດນຫວຽດນາມ-ລາວ ມີທີ່ຕັ້ງຍຸດທະສາດສໍາຄັນທີ່ສຸດສໍາລັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະເສດຖະກິດ-ສັງຄົມຂອງສອງປະເທດ. ໃນນັ້ນ, ແຂວງເຫງ້ອານ ມີເສັ້ນຊາຍແດນຕິດກັບ 3 ແຂວງ ແມ່ນ: ຊຽງຂວາງ, ບໍລິຄໍາໄຊ, ຫົວພັນ ຂອງປະເທດເພື່ອນລາວ ດ້ວຍລວງຍາວ 419 ກິໂລແມັດ.

ພູມີປະເທດເຂດຊາຍແດນຫວຽດນາມ-ລາວ ມີຫຼາຍຮູບຫຼາຍແບບ, ສັບສົນພໍສົມຄວນ. ໃນຊຸມປີຜ່ານມາ, ໂດຍໄດ້ຮັບການລົງທຶນຈາກລັດຖະບານ, ບັນດາກະຊວງ, ຂະແໜງການ, ສະນັ້ນພື້ນຖານໂຄງລ່າງເສດຖະກິດ, ວັດທະນະທໍາ, ສັງຄົມຢູ່ເຂດຊາຍແດນລະຫວ່າງສອງປະເທດ ນັບມື້ນັບໄດ້ຮັບການຍົກສູງ, ວຽກງານຜັນຂະຫຍາຍການປະຕິບັດບັນດາເອກະສານນິຕິກໍາກ່ຽວກັບຊາຍແດນຫວຽດນາມ-ລາວ ໄດ້ຮັບການຈັດຕັ້ງຢ່າງມີປະສິດທິຜົນ.

leftcenterrightdel
ປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ນໍ້າກັ່ນ, ທະຫານປ້ອງກັນຊາຍແດນແຂວງ ເຫງ້ອານ ສົມທົບກັບກອງຮ້ອຍປ້ອງກັນຊາຍແດນ 221, ກອງບັນຊາການທະຫານແຂວງ ຊຽງຂວາງ (ລາວ) ລາດຕະເວັນສອງຝ່າຍ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຊາບຊຶມສັນຍາກ່ຽວກັບ ລະບອບລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນຢູ່ເຂດດິນຕໍ່ແຜ່ນຫວຽດນາມ-ລາວ, ລວມມີບັນດາເນື້ອໃນຄື: ຄຸ້ມຄອງ, ຮັກສາ ແລະປ້ອງກັນເສັ້ນຊາຍແດນ; ຄຸ້ມຄອງ ແລະນໍາໃຊ້ເຂດນໍ້າຊາຍແດນ; ຄຸ້ມຄອງການເຄື່ອນໄຫວຜະລິດ ແລະກໍ່ສ້າງຢູ່ເຂດຊາຍແດນ; ການເຂົ້າອອກເມືອງຂ້າມຊາຍແດນ ແລະ ຢູ່ອາໄສໃນເຂດຊາຍແດນ; ດ່ານຊາຍແດນ ແລະຄຸ້ມຄອງດ່ານຊາຍແດນ; ແກ້ໄຂເຫດການຊາຍແດນ, ກົນໄກຈັດຕັ້ງປະຕິບັດສັນຍາ...

ບັນດາຜູ້ແທນ ກໍ່ໄດ້ຊາບຊຶມອະນຸສັນຍາກ່ຽວກັບເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດຫວຽດນາມ-ລາວ ລວມມີບັນດາເນື້ອໃນຄື: ຂໍ້ກໍານົດລວມກ່ຽວກັບເສັ້ນຊາຍແດນລະຫວ່າງສອງປະເທດ; ວາດພາບທີ່ຕັ້ງຫຼັກໝາຍຊາຍແດນແຫ່ງຊາດ, ຫຼັກທີ່ເປັນຂີດໝາຍ ແລະທິດໄປຂອງເສັ້ນຊາຍແດນ; ກວດກາ, ປ້ອງກັນ ແລະຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ...

ກອງປະຊຸມ ກໍ່ໄດ້ຜັນຂະຫຍາຍແຜນການກ່ຽວກັບການປະຕິບັດເອກະສານນິຕິກໍາສອງສະບັບດັ່ງກ່າວ ດ້ວຍຈຸດປະສົງແມ່ນປັບປຸງ ແລະພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະຜຶນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ.

 

ແປໂດຍ: ທູຈາງ